ທ່ານ​ເຈິ່ນກ໊ວກ​ເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ ໄປ​ຢ້ຽ​ມ​ຢາມ ສ. ເຊັກ​ໂກ

(VOVWORLD) -  ໃນລະຫວ່າງວັນທີ 22 – 24 ຕຸລາ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ. ເຊັກໂກ ຕາມຄຳເຊື້ອເຊີນຂອງທ່ານ Vojtech Fillip, ຮອງປະທານຜູ້ທີໜຶ່ງຂອງສະພາຕ່ຳເຊັກໂກ, ປະທານພັກກອມມູນິດ ເຊັກໂກ - Morava.
ທ່ານ​ເຈິ່ນກ໊ວກ​ເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ ໄປ​ຢ້ຽ​ມ​ຢາມ ສ. ເຊັກ​ໂກ - ảnh 1 ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາ ຫວຽດນາມພົບປະກັບທ່ານທ່ານ Jan Hamace ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຊັກໂກ

ໃນໄລຍະໄປຢ້ຽມຢາມ ເຊັກໂກ, ທ່ານ ເຈິ່ນກວກເວື້ອງ ໄດ້ເຂົ້າຮ່ວມການພົບປະເຈລະຈາກັບ ທ່ານ Vojtech Fillip ຮອງປະທານຜູ້ທີໜຶ່ງຂອງສະພາຕ່ຳເຊັກໂກ, ທ່ານ Jan Hamace ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ທັງເປັນ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ Karel Havlicek ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ສະມາຄົມຊາວ ຫວຽດນາມ ຢູ່ ເຊັກໂກ ແລະ ຢ້ຽມຢາມນະຄອນ Plzen.

        ທີ່ບັນດາການພົບປະເຈລະຈາ ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ການພົວພັນລະຫວ່າງສອງປະເທດ; ເຫັນດີເປັນເອກະພາບຕີລາຄາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງປະເທດໃນຊຸມປີມໍ່ໆມານີ້ ເຊິ່ງໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

        ບັນດາການນຳຂອງ ສ.ເຊັກໂກ ຢັ້ງຢືນຄືນໃໝ່ວ່າ ເຊັກໂກ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້, ມີຄວາມປາດຖະໜາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານ.

        ແລກປ່ຽນກັບບັນດາການນຳ ສ.ເຊັກໂກ, ທ່ານ ເຈິ່ນກ໊ວກເວື້ອງ ຢັ້ງຢຶນວ່າ ຫວຽດນາມ ຖືເປັນສຳຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບ ສ.ເຊັກໂກ, ເຊິ່ງເປັນ ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບຕາເວັນອອກ. ທ່ານສະແດງຄວາມປາດຖະໜາຢາກ ຊຸກຍູ້ການພົວພັນເສດຖະກິດ - ການຄ້າ , ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ບັນດາຂະແໜງມະນຸດສະທຳຕ່າງໆລະຫວ່າງສອງປະເທດຕາມທິດເລິກເຊິ່ງ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແທດຈິງ ແລະ ມີປະສິດທິຜົນໃຫ້ຫຼາຍກ່ວາອີກ.

        ໃນໄລຍະຢ້ຽມຢາມ ສ.ເຊັກໂກ, ທ່ານເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາພັກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບໝູ່ນພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ.

ວັນຮຸຍ ນັກຂ່າວ VOV ປະຈຳ Praha

ຕອບກັບ

ຂ່າວ/ບົດ​ອື່ນ