ທ່ານເຈືອງເຕີນຊາງໃຫ້ ການຕ້ອນຮັບອະດີດ ນັກຮົບຫວຽດມິງກຳແພງ ຮ່ວາງຢ້ຽວ

ທ່ານເຈືອງເຕີນຊາງໃຫ້ ການຕ້ອນຮັບອະດີດ ນັກຮົບຫວຽດມິງກຳແພງ ຮ່ວາງຢ້ຽວ - ảnh 1

​(ພາບ:VOV)

(vovworld)- ຕອນ​​​ບ່າຍ​ວັນ​ທີ 16/7, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ 24 ທ່ານ ຕາງໜ້າ​ໃຫ້​ບັນດານັກຮົບ​ຫວຽດມິ​ງກຳ​ແພງ​ຮ່ວາງ​ຢ້ຽວຜູ້​ທີ່​ໄດ້​​ປະ​ກອບ​ສ່ວນຢ່າງ​ໃຫ່ຍຫຼວງ​ເຂົ້າ​ໃນ​​ໄຊຊະນະ​ຂອງການ​ປະຕິວັດ​ເດືອນສິງຫາຢູ່​ນະຄອນຫຼວງ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ  ​ແລະ ບັນດາ​ຜູ້​ແທນ ພ້ອມ​ກັນ​ຫວນຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ອົ່ງ​ອາດຂອງ​ກອງທັບ ​ແລະ ປຊຊ ນະຄອນຫຼວງ​ເວົ້າລວມ ​ແລະ ຜົນງານ​ການ​ສູ້​ຮົບ​ຂອງ​ບັນດານັກຮົບ​ຫວຽດມິ​ງກຳ​ແພງ​ຮ່ວາງ​ຢ້ຽວ ​ເວົ້າ​ສະ​ເພາະ. ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ຜູ້​ແທນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້ຕີ​ລາຄາ​ສູງຜົນງານ​ການ​ສູ້​ຮົບ​ຂອງ​ບັນດານັກຮົບ​ຫວຽດມິ​ງກຳ​ແພງ​ຮ່ວາງ​ຢ້ຽວ ​ໃນ​ເມື່ອ​ກ່ອນ ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ສ້າງ​ເປັນ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945. ​ໄຊຊະນະ​ນີ້​ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ໃຫ່ຍຫຼວງ ​ແລະ ​ແມ່ນ​ບົດຮຽນ​ທີ່​ລ້ຳຄ່າ​ໃນວຽກ​ງານ​ຂົນຂວາຍ ປຊຊ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.  ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຍາມ​ໃດ, ພັກ, ລັດ ກໍ່​ຮູ້​ບຸນຄຸນ ​ແລະ ​ເຄົາລົບ​ນັບຖື​ບັນດາ​ການ​ອຸທິດ​ສ່ວນ, ການ​ເສຍສະຫຼະ​ຂອງນັກຮົບ​ຫວຽດມິ​ງກຳ​ແພງ​ຮ່ວາງ​ຢ້ຽວ  ​ເວົ້າສະ​ເພາະ ​ແລະ ບັນດາ​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ເວົ້າລວມ ຍ້ອນ​ວ່າ ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ແມ່ນ​ວຽກ​ງານ​ເປັນ​ປະຈຳ ຊື່​ງສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ