ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຢ້ຽມຢາມອິນເດຍ

ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຢ້ຽມຢາມອິນເດຍ - ảnh 1
ທ່ານ​ເລ​ແທງ​ຫາຍ ​ແລະ ​ປະທານາທິບໍດີ​ອິນ​ເດຍ Pranab Mukherjee

(ພາບ:vietnamplus.vn)

(vovworld)-​  ຄະນະ​ຜູ້​ແທນ​ຂັ້ນສູງ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ເລ​ແທງ​ຫາຍ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ນຳ​ໜ້າ ​ໄດ້​ໄປຢ້ຽມຢາມ​ສັນຖະວະ​ໄມຕີ​ອິນ​ເດຍ ຢ່າງ​ເປັນ​ທາງການ​. ຕອນ​ເຊົ້າວັນ​ທີ 14/3, ທ່ານ​ເລ​ແທງ​ຫາຍ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ປະທານາທິບໍດີ​ອິນ​ເດຍ Pranab Mukherjee. ທ່ານ​ເລ​ແທງ​ຫາຍ ຢືນຢັນ​ວ່າ ຍາມ​ໃດ​ນະຄອນ​ໂຮ່ຈິ​ມິນ​ ກໍ່​ຖື​ ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສຳຄັນ, ທ່ານ​ປາດ​ຖະໜາ​ວ່າ​ປະທານາທິບໍດີ​ອິນ​ເດຍ ຈະ​ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ພັດທະນາການ​ພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອິນ​ເດຍ. ​ເມື່ອ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ອິນ​ເດຍ Sudhkar Reddy ທ່ານ​​ເລ​ແທງ​ຫາຍ ອວຍພອນ​ພັກ​ກອມ​ມູນິດ​ອິ​ນເດຍ ​ແລະ ຂະ​ບວນການ​ກອມ​ມູນິດ, ຝ່າຍ​ຊ້າຍ​ເວົ້າລວມຢູ່​ອິນ​ເດຍ ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ແລກປ່ຽນ​ບາງ​​ເນື້ອ​ໃນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ວຽກ​ງານ​ກໍ່ສ້າງ​ພັກ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Khaleque ປະທານ​ສະມາຄົມ​ມິດຕະພາບ​ອິນ​ເດຍ-ຫວຽດນາມ ​ແລະ ບັນດາ​ສະມາຊິກ​ຂອງ​ສະມາຄົມ.

ຂ່າວ/ບົດ​ອື່ນ