ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບບັນດາການນໍາລາວ

(VOVWORLD) -ບໍ່ວ່າຈະຢູ່ໃນສະພາບຄືແນວໃດກໍຕາມ, ລາວຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ ແລະ ຫວຽດນາມ  ໃນຖັນແຖວພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໄວໜຸ່ມສອງປະເທດ.

ໃນຂອບເຂດການຢ້ຽມຢາມສັນທະວະໄມຕີລາວ ຢ່າງເປັນທາງການ, ວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕາມລໍາດັບ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບບັນດາການນໍາລາວ - ảnh 1 ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ (ພາບ: TTXVN)

        ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕ່າງກໍອວຍພອນທ່່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດຮັບດໍາລົງຕໍາແໜ່ງເປັນປະທານປະເທດຫວຽດນາມ; ພ້ອມທັງແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບຊາບກ່ຽວກັບ ສະພາບການເສດຖະກິດ - ສັງຄົມຂອງ ລາວ ພາຍຫຼັງໄລຍະ 3 ປິ ແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນແຫ່ງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່່າງລັດຖະບານ ແລະ ສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕ່າງກໍຢັ້ງຢືນວ່າ: ບໍ່ວ່າຈະຢູ່ໃນສະພາບຄືແນວໃດກໍຕາມ, ລາວຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ ແລະ  ຫວຽດນາມ ໃນຖັນແຖວພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໄວໜຸ່ມສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ