ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​, ປະ​ທານ​ປະ​ເທດ ຫງວຽນ​ຝູຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລະ​ກອນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ

(VOVWORLD) -ວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການເປັນປະທານກອງປະຊຸມບຸກຄະລະກອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໂດຍມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ, ຄະນະເລຂາທິການພັກ.
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​, ປະ​ທານ​ປະ​ເທດ ຫງວຽນ​ຝູຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລະ​ກອນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ - ảnh 1ທ່ານ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ ກອງປະຊຸມອະນຸກຳມະການບຸກຄະລະກອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັ້ກວ່າ: ສອງເນື້ອໃນສຳຄັນທີ່ສຸດຂອງກອງປະຊຸມໃຫຍ່ຂອງພັກໃນແຕ່ລະສະໄໝ ແມ່ນການປຶກສາຫາລື, ຕັດສິນໃຈຕໍ່ແນວທາງ, ໜ້າທີ່ການເມືອງຂອງພັກ ແລະ ເລືອກຕັ້ງບັນດາອົງການການນຳຂອງພັກ. ສອງເນື້ອໃນດັ່ງກ່າວມີການພົວພັນກັນຢ່າງສະໜິດແໜ້ນ, ຕ້ອງກະກຽມທັງສອງເນື້ອໃນດັ່ງກ່າວໃຫ້ເປັນຢ່າງດີ, ແຕ່ພິເສດການກະກຽມບຸກຄະລະກອນໃຫ້ແກ່ກອງປະຊຸມໃຫຍ່ມີທີ່ຕັ້ງ ແລະ ຄວາມໝາຍສຳຄັນທີ່ສຸດ, ເປັນປັດໄຈຮັບປະກັນຄວາມສຳເລັດຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມ. ທ່ານ ຫງວຽນຝູຈ້ອງ ໄດ້ສະເໜີໃຫ້ບັນດາສະມາຊິກໃນອະນຸກຳມະການສະຫຼະເວລາ, ປະກອບເຫື່ອແຮງໃຫ້ຫຼາຍກ່ວາອີກ, ມີຄວາມສຸດອົກສຸດໃຈກັບວຽກງານ, ບັນດາສະມາຊິກໃນໜ່ວຍຊ່ວຍວຽກແມ່ນບັນດາພະນັກງານທີ່ມີຄວາມໄວ້ເນື້ອເຊື່ອໃຈແລະ ໄດ້ຮັບການຄັດເລືອກນັ້ນ ຕ້ອງກຳແໜ້ນ ແລະ ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດອຳນາດ, ຫຼັກການ, ລະບອບ ແລະ ວິທີການເຮັດວຽກຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ