ທ່ານ​ເລ​ຂ​າ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຫງວຽນ​ຝຸຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

(VOVWORLD) -ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມປະຈຳ ຫວຽດນາມ.
ທ່ານ​ເລ​ຂ​າ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຫງວຽນ​ຝຸຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ - ảnh 1ທ່ານ ທານີ ແສງຣັດ  ເອກອັກຄະລັດຖະທູດໄທຜູ້ມີອຳນາດເຕັມ  ປະຈຳ ຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ (ພາບ: TTXVN)

  ໂດຍຕາງໜ້າລັດ ແລະ ປະຊາຊົນ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ບັນດາເອກອັກຄະລັດຖະທູດ ຂອງລາຊະອານາຈັກ ໄທ, ລາຊະອານາຈັກ ອາຣັບເອັມມີເລດ, ສາທາລະນະລັດ ໂກລົມບີ, ສາທາລະນະລັດ ກາຊັກສະຖານ, ອົດສະຕາລີ, ສາທາລະນະລັດ ອາກເມນີ , ລາຊະອານາຈັກ ມາຣົກ, ສາທາລະນະລັດ ອິນເດຍ, ສາທາລະນະລັດສະຫະພັນ ເຢຍລະມັນ ແລະ ມາເລເຊຍ ທີ່ມາຮັບໜ້າທີ່ຢູ່ ຫວຽດນາມຢ່າງສຸດໃຈ.

        ທ່ານ ຫງວຽນຝຸຈ້ອງ ໄດ້້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາທ່ານເອກອັກຄະລັດຖະທູດວ່າແມ່ນຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດຊຶ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າ ແລະ ຢັ້ງຢືນວ່າ ລັດ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫວັງວ່າ ໃນອາຍຸການປະຕິບັດວຽກງານ, ຢູ່ຫວຽດນາມ ຈະສ້າງຂີດໝາຍອັນດີງາມຕໍ່ບັນດາທ່ານເອກອັກຄະລັດຖະທູດແຕ່ລະທ່ານ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດຊຶ່ງ ບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ