ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(VOVWORLD) -ສອງລັດຖະບານສົມທົບກັນຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ປຶຶກສາຫາລືທີ່ກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ໃຫ້ມີີປະສິດທິຜົນ

ຕອນບ່າຍວັນທີ 6 ມັງກອນ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ສະເໜີວ່າ ສອງລັດຖະບານສົມທົບກັນຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການຕ້ັງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ປຶຶກສາຫາລືທີ່ກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ໃຫ້ມີີປະສິດທິຜົນ, ໃນນັ້ນ ສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງທີ່ຮັດກຸ່ມ, ມີປະສິດທິຜົນ; ພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ,  ກໍ່ສົມທົບກັນຢ່່າງແໜ້ນແຟ້ນໃນວຽກງານປ້ອງກັນຄວາມສະຫງົບ, ການພົວພັນການຕ່າງປະເທດ; ສຸມໃສ່ຊອກຫາບັນດາມາດຕະການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ການສຶກສາ, ວິທະຍາສາດເຕັກນິກ.

ສ່ວນທ່ານທອງລຸນ ສີສຸລິດ ກໍສະແດງຄວາມຊົມເຊີຍບັນດາຜົນງານສໍາຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ນໍາໜ້າ, ໃນໄລຍະຈະມາເຖິງ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່າວເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ; ສະແດງຄວາມດີໃຈ ກ່ຽວກັບສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ ແລະສະແດງຄວາມຂອບອົກຂອບໃຈຢ່າງສຸດຈິດສຸດໃຈ ກ່ຽວກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນ ເຊິ່ງຫວຽດນາມ ໄດ້ສະຫງວນແກ່ລາວນັບແຕ່ເມື່ອກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ