ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຝາກຈົດໝາຍເຖິງ ພະເຈົ້າຫຼວງ ຍີ່ປຸ່ນ Akihito

(VOVWORLD) -ເຈົ້າຈັກກະພັດ ຍີ່ປຸ່ນ Akihito ສະຫຼະພະລາຊະບັນລັງ ກາຍເປັນພະເຈົ້າຫຼວງ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຝາກຈົດໝາຍເຖິງ ພະເຈົ້າຫຼວງ ຍີ່ປຸ່ນ Akihito - ảnh 1ພະເຈົ້າຫຼວງ Akihito ອອກຈາກ ພະວິຫານແຫ່ງລາດຊະວົງ Kashikodokoro ພາຍຫຼັງພິທີສະຫຼະພະລາຊະບັນລັງ (ພາບ: AFP/TTXVN)

ວັນທີ 30 ເມສາ, ເນື່ອງໃນໂອກາດ ເຈົ້າຈັກກະພັດ ຍີ່ປຸ່ນ Akihito ສະຫຼະພະລາຊະບັນລັງ ກາຍເປັນພະເຈົ້າຫຼວງ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍເຖິງພະເຈົ້າຫຼວງ  ຍີ່ປຸ່ນ Akihito.

        ໃນຈົດໝາຍສະບັບດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ໄມຕີຈິດອັນດີງາມ ທີ່ມີຕໍ່ປະເທດຊາດ ແລະ ຊາວຫວຽດນາມ ຂອງພະເຈົ້າຫຼວງ ຍີ່ປຸ່ນ Akihito; ພ້ອມທັງຕີລາຄາສູງຄວາມໝາຍປະຫວັດສາດຂອງການຢ້ຽມຢາມຫວຽດນາມ ຄັ້ງທໍາອິດ ຂອງ ເຈົ້າເຈົ້າຈັກກະພັດ ຍີ່ປຸ່ນ ເມື່ອປີ 2017, ເມື່ອ ພະເຈົ້າຫຼວງ Akihito ຍັງ ເປັນເຈົ້າຈັກກະພັດ ຍີ່ປຸ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ