ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາທັງລົງກວ້າງ ແລະ ລົງເລິກ ໃນທຸກຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ພາບ:vietnam+

ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາທັງລົງກວ້າງ ແລະ ລົງເລິກ ໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ຊື່ງຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ ນັບແຕ່ກ່ອນມາຮອດປະຈຸບັນ ນັບທັງເມື່ອຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນ: ລັດຖະບານ ລາວ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ ໃຫ້ມີປະສິດທິຜົນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕີລາຄາສູງການສົມທົບກັນຊີ້ນຳຢ່າງຂ້ຽວຂາດຂອງນາຍົກລັດຖະມົນຕີທັງສອງທ່ານ ກໍ່ຄື ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສອງປະເທດໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດຫລາຍຢ່າງໃນການຮ່ວມມື ເປັນຕົ້ນຄວາມຫຍຸ້ງຍາກໂດຍ ໂລກລະບາດໂຄວິດ 19 ກໍ່ຂຶ້ນ, ສ້າງການຫັນປ່ຽນເປັນຫນ້າຮັບຮູ້ໃນບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ກໍ່ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ສຸມໃສ່ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບໃນກອງປະຊຸມຄັ້ງນີ້ ເປັນຕົ້ນແມ່ນບັນດາເອກະສານທີ່ໄດ້ລົງນາມ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ