ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ປະ​ນາມ​ການ​ກັກ​ຕົວ​ບັນ​ດາ​ພົນ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປຊ ຢູ່ ສ.ອາ​​ຟ​ຼິກ​ກາ​ກາງ

(VOVWORLD) -ວັນທີ 23 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງປ່ອຍພົນທະຫານ 4 ຄົນຂອງ ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ຢູ່ ສ.ອາຟຼິກກາກາງ ເຊິ່ງຫາກໍ່ຖືກກັກຕົວຢູ່ ນະຄອນຫຼວງ Bangui ເມື່ອຕົ້ນອາທິດນີ້.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ປະ​ນາມ​ການ​ກັກ​ຕົວ​ບັນ​ດາ​ພົນ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປຊ ຢູ່ ສ.ອາ​​ຟ​ຼິກ​ກາ​ກາງ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ:  UN)

ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມຢ່າງຮ້າຍແຮງຕໍ່ການກັກຕົວພົນທະຫານຂອງ ສປຊ ໃນຂະນະທີ່ພວມປະຕິບັດໜ້າທີ່ ປ້ອງກັນເຈົ້າໜ້າທີ່ການທະຫານຂັ້ນສູງທ່ານໜຶ່ງຂອງຄະນະ. ເຫດການໄດ້ເກີດຂຶ້ນຢູ່ສະໜາມບິນ ແລະ ບັນດາພົນທະຫານຮັກສາສັນຕິພາບທີ່ຖືກກັກຕົວແມ່ນຊາວຝລັ່ງ. ທ່ານໄດ້ຢັ້ງຢືນວ່າ ບັນດາພົນທະຫານຂຶ້ນກັບກຳລັງຮັກສາສັນຕິພາບຂອງ ສປຊ ໄດ້ຮັບສິດບຸລິມະສິດ ແລະ ຍົກເວັ້ນການນຳໃຊ້ສຳລັບບຸກຄະລາກອນຂອງ ສປຊ, ສອດຄອ່ງກັບຂໍ້ຕົກລົງວ່າດ້ວຍຖານະບົດບາດ ແລະ ທີ່ຕັ້ງຂອງບັນດາກຳລັງທີ່ໄດ້ລົງນາມລະຫວ່າງ ສປຊ ແລະ ລັດຖະບານ ສ.ອາຟຼິກກາກາງ ໃນປີ 2014.

ທ່ານ Antonio Guterres ໄດ້ຮຽກຮ້ອງໃຫ້ ລັດຖະບານ ສ.ອາຟຼິກກາກາງ ປະຕິບັດບັນດາພັນທະຕາມກົດໝາຍສາກົນ, ໃນນັ້ນມີຂໍ້ຕົກລົງດັ່ງກ່າວ ແລະ ປ່ອຍຕົວບັນດາພົນທະຫານດັ່ງກ່າວໂດຍບໍ່ມີເງື່ອນໄຂ. ຜູ້ນຳໜ້າ ສປຊ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ສປຊ ຍາມໃດກໍ່ຮຽງບ່າຮຽງໄຫຼ່ ແລະ ສືບຕໍ່ສະໜັບສະໜູນປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ