ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຊຸກ​ຍູ້​ມາດ​ຕະ​ການ​ທາງ​ການ​ທູດ ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແຈ້ງໃຫ້ຊາບວ່າ ທ່ານໄດ້ໄປຮອດນະຄອນຫຼວງຂອງ ກີແອັບ ຂອງ ຢູແກຼນ ໃນວັນທີ 27 ເມສາ ພາຍຫຼັງທີ່ພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ມົດສະກູ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຊຸກ​ຍູ້​ມາດ​ຕະ​ການ​ທາງ​ການ​ທູດ ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພົບປະກັນຢູ່ ມົດສະກູ (ພາບ:AFP/TTXVN)

ໂດຍແບ່ງປັນໃນສື່ສັງຄົມອອນລາຍ Twitter, ທ່ານ Antonio Guterres ຢືນຢັນວ່າ ສປຊ ຈະສືບຕໍ່ມານະພະຍາຍາມເພື່ອເປີດກວ້າງການຊ່ວຍເຫຼືອມະນຸດສະທຳ ແລະ ຮັບປະກັນການຍົກຍ້າຍສາມັນຊົນອອກຈາກເຂດປະທະກັນຢູ່ ຢູແກຼນ ພ້ອມທັງເນັ້ນໜັກວ່າ ການປະທະກັນນີ້ ສິ້ນສຸດລົງຍິ່ງໄວກໍຍິ່ງດີ ສຳລັບ ຢູແກຼນ, ລັດເຊຍ ແລະ ໂລກ.

        ຄາດຄະເນວ່າ ໃນວັນທີ 28 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຈະມີການປະຊຸມກັບທ່ານ Dmytro Kuleba  ລັດຖະມົນຕີການຕ່າງປະເທດ ຢູແກຼນ ແລະ ຫຼັງຈາກນັ້ນແມ່ນພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky.   


ຕອບກັບ

ຂ່າວ/ບົດ​ອື່ນ