ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກຳ​ລັງ​ຕ່າງ​ປະ​ເທດ ຖອນ​ຕົວ​ອອກ​ຈາກ ລີ​ບີ

(VOVWORLD) - ການມີໜ້າຂອງບັນດາກຳລັງທະຫານຢູ່ປະເທດ ອາຟະລິກາ ເໜືອນີ້ ແມ່ນລະເມີດຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ໃນເດືອນຕຸລາ 2020.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກຳ​ລັງ​ຕ່າງ​ປະ​ເທດ ຖອນ​ຕົວ​ອອກ​ຈາກ ລີ​ບີ - ảnh 1ທ່ານປະທານາທິບໍດີ ສປຊ Antonio Guterres (ພາບ: TTXVN)

ວັນທີ 5 ກັນຍາ, ສື່ມວນຊົນ ອາຟະລິກາເໜືອ ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ ສປຊ Antonio Guterres ອີກຄັ້ງໜຶ່ງກະຕຸກຊຸກຍູ້ບັນດາປະເທດຖອນພົນທະທຫານ ແລະ ທະຫານຕີຮັບຈ້າງຕ່າງປະເທດອອກຈາກດິນແດນ ລີບີ ແລະ ຖືວ່າ ການມີໜ້າຂອງບັນດາກຳລັງທະຫານຢູ່ປະເທດ ອາຟະລິກາເໜືອນີ້ ແມ່ນລະເມີດຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ໃນເດືອນຕຸລາ 2020.

        ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ລີບີ ກໍໄດ້ສົ່ງຄວາມເສລີແກ່ທ່ານ Saadi Gaddafi ເຊິ່ງເປັນລູກຊາຍຂອງ ທ່ານ Muammar Gaddafi ອະດີດການນຳ ທີ່ຖືກໂຄ່ນລົ້ມໃນການບຸກໂຈມຕີປີ 2011. ພາຍຫຼັງທີ່ໄດ້ຮັບການປ່ອຍຕົວ, ທ່ານ Saadi Gaddafi ໄດ້ຂຶ້ນຍົນເດີນທາງໄປຍັງນະຄອນ Istanbul, ປະເທດ ຕວັກກີ.

ຕອບກັບ

ຂ່າວ/ບົດ​ອື່ນ