ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງສະຫະພັນ ລັດເຊຍ

(VOVWORLD) - ຕອນບ່າຍວັນທີ 07 ກັນຍາ, ທີ່ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງສະຫະພັນ ລັດເຊຍ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳກຸ່ມບໍລິສັດ Gazprom

ນີ້ແມ່ນບັນດາກຸ່ມບໍລິສັດນ້ຳມັນອາຍແກັດແຖວໜ້າຂອງສະຫະພັນ ລັດເຊຍ, ມີການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນກັບ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ລັດເຊຍ, ໃນນັ້ນມີບັນດາກຸ່ມບໍລິສັດດັ່ງກ່າວ ເພື່ອເປີດກ້ວາງຂອບຂະໜາດການຮ່ວມມືລະຫວ່າງ 2 ຝ່າຍ.

        ສ່ວນການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft ໄດ້ສະແດງຄວາມປາດຖະໜາຢາກ: ສືບຕໍ່ການພົວພັນຮ່ວມມືຍາວນານ ແລະ ມີປະສິດທິຜົນກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ພ້ອມທັງ ເປີດກ້ວາງການຮ່ວມມືອອກສູ່ບັນດາຂົງເຂດອື່ນຄື: ຜະລິດໄຟຟ້າ, ຮັກສາສິ່ງແວດລ້ອມ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ…ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງ ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ