ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເຂດຕາເວັນອອກທາງພາກໃຕ້ຕ້ອງການເປັນແບບຢ່າງດີເດັນ, ບັນລຸປະສິດທິຜົນສູງໃນການຮ່ວມສຳພັນເຂດ

(VOVWORLD) -ເພື່ອສ້າງບາດກ້າວຫັນປ່ຽນຢ່າງບຸກທະລຸ ໃນເລື່ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງໃຫ້ເປັນຢ່າງດີກວ່າອີກ, ຕ້ອງມີການປ່ຽນແປງໃໝ່ຢ່າງແຮງ, ມີຫົວຄິດປະດິດສ້າງກວ່າ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເຂດຕາເວັນອອກທາງພາກໃຕ້ຕ້ອງການເປັນແບບຢ່າງດີເດັນ, ບັນລຸປະສິດທິຜົນສູງໃນການຮ່ວມສຳພັນເຂດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດແບບຊ່ິງໜ້າ ສົມທົບກັບທາງໄກ ເພື່ອຊາບຊຶມ ແລະ ຜັນຂະຫຍາຍມະຕິເລກທີ 24 ຂອງກົມການເມືອງຊຸດທີ 13 ກ່ຽວກັບການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ຢູ່ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2024.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ ເຂດດັ່ງກ່າວມີທີ່ຕັ້ງ, ສວມບົດບາດສຳຄັນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ເພື່ອສ້າງບາດກ້າວຫັນປ່ຽນຢ່າງບຸກທະລຸ ໃນເລື່ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງໃຫ້ເປັນຢ່າງດີກວ່າອີກ, ຕ້ອງມີການປ່ຽນແປງໃໝ່ຢ່າງແຮງ, ມີຫົວຄິດປະດິດສ້າງກວ່າ, ສ້າງການຫັນປ່ຽນມີລັກສະນະບຸກທະລຸໃນການສືບຕໍ່ກໍ່ສ້າງ ແລະ ພັດທະນາເຂດພາກໃຕ້ຕາເວັນອອກ ໃຫ້ກາຍເປັນສູນເສດຖະກິດ, ການເງິນ, ການຄ້າ, ການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມີຄຸນນະພາບສູງ, ວິທະຍາສາດເຕັກໂນໂລຊີ… ແຖວໜ້າຂອງທົ່ວປະເທດ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້.

ທ່ານເລຂາທິການໃຫຍ່ ກໍ່ໃສ່ໃຈກ່ຽວກັບວິໄສທັດ ແລະ ບັນດາໜ້າທີ່, ມາດຕະການແກ້ໄຂເພື່ອປະຕິບັດມະຕິຂອງກົມການເມືອງໃນຄັ້ງນີ້ໃຫ້ໄດ້ ແລະ ບັນລຸປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີຕ້ອງເອົາໃຈໃສ່ເຖິງບັນຫາດັ່ງກ່າວເປັນພິເສດ ບົນພື້ນຖານການປ່ຽນແປງໃໝ່ດ້ານແນວຄິດ ແລະ ຄວາມຮັບຮູ້, ຕ້ອງຍູ້ແຮງການສ້າງ, ລະບອບລະບຽບການ, ນະໂຍບາຍກ່ຽວກັບການພັດທະນາເຂດໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ