ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ

(VOVWORLD) - ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 20 ປີແຫ່ງການປະຕິບັດມະຕິເລກທີ 23 ນັ້ນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ)

        ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາ ປະກອບຄຳເຫັນໃສ່ແຜນຮ່າງສະຫຼຸບ 20 ປີແຫ່ງການປະຕິບັດມະຕິເລກທີ 23, ອອກວັນທີ 12 ມີນາ 2003 ຂອງຄະນະເລຂາບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ IX ກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາຊາທິປະໄຕ, ສີວິໄລ.

        ພາຍຫຼັງຮັບຟັງອົງການປະຈຳການຄະນະຊີ້ນຳການສ້າງແຜນຮ່າງລາຍງານເນື້ອໃນຂອງແຜນຮ່າງ, ກົມການເມືອງໄດ້ປຶກສາຫາລື, ເປັນເອກະພາບ ຕີລາຄາວ່າ: ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 20 ປີແຫ່ງການປະຕິບັດມະຕິເລກທີ 23 ນັ້ນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີ ແລະ ເສີມຂະຫຍາຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເບິ່ງແຍງດູແລໃຫ້ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

        “ຂ້າພະເຈົ້າສະເໜີສືບຕໍ່ເສີມຂະຫຍາຍມູນເຊື້ອມາຫາສາມັກຄີທົ່ວປວງຊົນທັງຊາດ ຍ້ອນມູນເຊື້ອແມ່ນກຳລັງແຮງ, ສິ່ງດັ່ງກ່າວໄດ້ຖອດຖອນຈາກລຸ່ນປູ່ລຸ່ນພໍ່ ແລະ ການສ້າງສາປະເທດຊາດ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ ແລະ ຜາສຸກ. ຂ້າພະເຈົ້າໄດ້ເວົ້າຫຼາຍເທື່ອແລ້ວວ່າ, ເມື່ອປະກາດໃຊ້ມະຕິ, ບໍ່ເດີນທາງແບບເກົ່າ, ຕ້ອງສ້າງກຳລັງແຮງໃໝ່, ບັນຍາກາດໃໝ່ ແລະ ສ້າງການຫັນປ່ຽນຢ່າງຈະແຈ້ງໃນຕົວຈິງ.”

        ກົມການເມືອງໄດ້ມອບໃຫ້ຄະນະຊີ້ນຳແຜນຮ່າງ ສືບຕໍ່ຮັບເອົາຄຳເຫັນຂອງກົມການເມືອງ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອສ້າງແຜນຮ່າງໃຫ້ສົມບູນແບບ, ລາຍການຕໍ່ກົມການເມືອງ ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ ທີ່ກອງປະຊຸມສູນກາງຊຸດທີ 8 (ເດືອນ ຕຸລາ 2023).

ຕອບກັບ

ຂ່າວ/ບົດ​ອື່ນ