ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ກົມ​ການ​ເມືອງ ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜ​ຶ່ງ

(VOVWORLD) -   ຕອນເຊົ້າວັນທີ 11 ມີນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ, ປະກອບຄຳເຫັນໃສ່ເນື້ອໃນສຳຄັນຈຳນວນໜຶ່ງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ກົມ​ການ​ເມືອງ ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜ​ຶ່ງ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ສຳລັບແຜນຮ່າງສະຫຼຸບການປະຕິບັດມະຕິວ່າດ້ວຍທິດທາງ, ໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອາຍຸການ 2001 – 2020, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈວ່າ ມະຕິຂອງກົມການເມືອງ ຕ້ອງສະແດງອອກໃຫ້ເຫັນການກຳນົດທິດແນວຄິດຊີ້ນຳກ່ຽວກັບຄວາມສຳຄັນ, ແຜນນະໂຍບາຍນະໂຍບາຍໃຫຍ່, ບໍ່ລົງເລິກລາຍລະອຽດ; ຈຳເປັນຕ້ອງອອກມະຕິ, ຢັ້ງຢືນຖານະບົດບາດທີ່ຕັ້ງ ຄວາມໝາຍຄວາມສຳຄັນຂອງຂົງເຂດເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ສ່ວນແຜນຮ່າງສະຫຼຸບໄລຍະ 5 ປີແຫ່ງການປະຕິບັດບົດສະຫຼຸບຂອງກົມການເມືອງ ກ່ຽວກັບການເພີ່ມທະວີການນຳພາຂອງພັກ, ສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວ່າງມໍ່ໆມານີ້, ວຽກງານນີ້ ໄດ້ຮັບການຍູ້ແຮງດ້ວຍຄວາມຕັດສິນໃຈສູງກວ່າ, ຂ້ຽວຂາດກວ່າ; ບໍ່ພຽງແຕ່ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງເທົ່ານັ້ນ ຫາກຍັງຖືວຽກງານປ້ອງກັນ, ຕ້ານປະກົດການຫຍໍ້ທໍ້ເປັນສຳຄັນ ດ້ວຍຈຸດສຸມແມ່ນການເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ