ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ເລຂາທິການໃຫຍ່ພັກເພື່ອຄວາມກ້າວໜ້າ ແລະ ສັງຄົມນິຍົມມາຣົກ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ເລຂາທິການໃຫຍ່ພັກເພື່ອຄວາມກ້າວໜ້າ ແລະ ສັງຄົມນິຍົມມາຣົກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງຕ້ອນຮັບ​
ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​​ເພື່ອ​ຄວາມ​ກ້າວໜ້າ ​ແລະ ສັງຄົມ​ນິຍົມ​ມາຣົກ
(ພາບ: nhandan.com.vn)


(vovworld) - ​​ຕອນ​ບ່າຍ​ວັນ​ທີ 15/04, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​​ເພື່ອ​ຄວາມ​ກ້າວໜ້າ ​ແລະ ສັງຄົມ​ນິຍົມ​ມາຣົກ (PPS) ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ PPS Mohamed Nabil Benabdallah, ລັດຖະມົນຕີ​ກະຊວງ​ເຮືອນ​ຢູ່ ​ແລະ ນະ​ໂຍບາຍ​ເຂດ​ຕົວ​ເມືອງ​ແຫ່ງ​ລາຊະ​ອານາຈັກ​ມາຣົກ, ນຳ​ໜ້າທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະຊາຊົນ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພັກ​ການເມືອງຢູ່​ມາຣົກ, ​ໃນ​ນັ້ນ​ມີ​ພັກ PPS, ລັດຖະບານ​ມາຣົກ ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ມາຣົກ ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດຖະນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຟລິ​ກາ, ​ໃນ​ນັ້ນ​ມີ​ລາຊະ​ອານາຈັກ​ມາຣົກ ກວ່າ​ອີກ; ສະ​ແດງ​ຄວາມຫວັງ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ມີ​ບັນດາ​ນະ​ໂຍບາຍ, ກົນ​ໄກ ​ແລະ ພື້ນຖານ​ດ້ານ​ກົດໝາຍ​ທີ່​ເໝາະ​ສົມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ສົ່ງ​ເສີມ​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື​: ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ... ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ