ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ ແລະ
ທ່ານ ເຈືອງ​ສົມ​ບຸນ​ຂັນ, ​ເລຂາທິການ​ສູນ​ກາງ​ພັກ ລາວ
(ພາບ:TTXVN)


(vovworld) -     ຕອນ​ບ່າຍ​ວັນ​ທີ 11/01, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໃຫ້​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ​ເຈືອງ​ສົມ​ບຸນ​ຂັນ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບ​ຮົມ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ​ເປັນ​ຫົວໜ້າ​ຄະນະ ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງປະຊຸມສຳ​ມະ​ນາທິດ​ສະ​ດີຄັ້ງ​ທຳ​ອິດ ລະຫວ່າງ​ສອງ​ພັກ ດ້ວຍ​ຫົວ​ຂໍ້​ວ່າ “ບາງ​ບັນຫາ​ທິດ​ສະ​ດີ - ພຶດຕິ​ກຳຕົວ​ຈິງ​ຕົ້ນ​ຕໍ່​ໃນ​ກິດຈະການ​ຍູ້​ແຮງ​ວິວັດ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ແລະ ລາວ”. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສະພາວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບັນດາ​ຫົວ​ເລື່ອງ​ສະ​ເພາະ ​ແລະ ຫົວ​ເລື່ອງ​ຄົ້ນຄວ້າ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ກະ​ກຽມ​ໃຫ້​ແກ່​ບັນດາ​ກອງ​ປະຊຸມສຳ​ມະ​ນາ​ທິດ​ສະ​ດີ ​ໃນ​ຕໍ່​ນ້າ​ເປັນ​ຢ່າງ​ດີ.

        ທ່ານ ເຈືອງ​ສົມ​ບຸນ​ຂັນ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ສະພາ​ທິດ​ສະ​ດີ​ຂອງ 2 ພັກ ຫາ​ກໍ​ລົງ​ນາມ​​ໃນ​ຂໍ້​ຕົກລົງຮ່ວມ​ມື​ຈະ​​ສ້າງພື້ນຖານ​ເພື່ອ​ໃຫ້ 2 ພັກ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄົ້ນຄວ້າ​ທິດ​ສະ​ດີ; ພ້ອມ​ທັງຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ລາວ ຕັດສິນ​ໃຈ​ຮັກສາ, ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ