ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດອາຟະລິກາໃຕ້
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ)
(vovworld) – ຕອນບ່າຍວັນທີ 01/04, ທ່ານເລຂາທິການໃຫຍ່ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດອາຟະລິກາໃຕ້, ໂດຍທ່ານນາງ Baleka Mbete, ປະທານສະພາແຫ່ງຊາດ, ປະທານທົ່ວປະເທດພັກກອງປະຊຸມໃຫຍ່ຊົນຊາດອາຟະລິກາ (ANC) ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ IPU 132 ຢູ່ຫວຽດນາມ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບອາຟະລິກາໃຕ້ເປັນສຳຄັນ; ສະເໜີໃຫ້ບັນດາກະຊວງ, ຂະແໜງການ 2 ປະເທດ ຕ້ອງເປັນເຈົ້າການ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງກັນເປັນຢ່າງດີກວ່າອີກ, ເຮັດໃຫ້ພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ແທດເໝາະກັບການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ”; ຢືນຢັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ໃນການສືບຕໍ່ປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ອາຟະລິກາໃຕ້ ກວ່າອີກ.