ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ມຽນມາ

(VOVWORLD) -ຕອນເຊົ້າວັນທີ 26 ສິງຫາ, ຢູ່ Yangon, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ແລະ ມຽນມາ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ມຽນມາ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ມຽນມາ

(ພາບ: TTXVN)

ເຂົ້າຮ່ວມການພົບປະຍັງມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ; ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ ພ້ອມກັບບັນດາເຈົ້າໜ້າທີ່ລັດຖະບານຫວຽດນາມ ແລະ ມຽນມາ.

        ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຊີ້ແຈ້ງວ່າ, ໃນຊຸມປີຜ່ານມາ, ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ ແລະ ມຽນມາ ມີທ່າອ່ຽງເພີ່ມຂຶ້ນ. ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຄ້າໃຫຍ່ອັນດັບທີ 9 ແລະ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 7 ຂອງມຽນມາ. ໄລ່ຮອດຕົ້ນປີ 2017, ຫວຽດນາມ ມີ 59 ໂຄງການລົງທຶນເຂົ້າມຽນມາ ດ້ວຍຈຳນວນທຶນຈົດທະບຽນແມ່ນ 1,42 ຕື້ USD. ເຖິງຢ່າງໃດກໍ່ຕາມ, ວົງເງິນການຄ້າ 2 ຝ່າຍຫາກໍບັນລຸພຽງ 500 ລ້ານ USD ເທົ່ານັ້ນ. ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງໃນການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງຄື: ທະນາຄານ, ການເງິນ, ການບິນ, ໂທລະຄົມມະນາຄົມ… ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ, ມຽນມາ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ມາລົງທຶນຢູ່ມຽນມາ.

        ທີ່ການພົບປະ, ຜູ້ຕາງໜ້າບັນດາວິສາຫະກິດ 2 ປະເທດໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມກວ່າອີກ, ທຳມາຫາກິນ ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 25 ສິງຫາ, ຢູ່ Yangon, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳມຽນມາ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ, ການຢ້ຽມຢາມທາງລັດຖະກິດເຖິງມຽນມາ ຄັ້ງນີ້ບັນລຸໄດ້ຄາດໝາຍ, ຄວາມຮຽກຮ້ອງທີ່ໄດ້ວາງອອກ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າ, ໝູ່ພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳມຽນມາ ປະຕິບັດບົດບາດຂົວຕໍ່ເປັນຢ່າງດີໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ; ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ມຽນມາ ຍາມໃດກໍ່ສາມັກຄີກັນ, ຮັກແພງກັນ, ພ້ອມກັນອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ