ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ, ອວຍພອນອາຍຸໝັ້ນຂວັນຍືນທ່ານພົນເອກ ຫວໍງວຽນຢາບ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ, ອວຍພອນອາຍຸໝັ້ນຂວັນຍືນທ່ານພົນເອກ ຫວໍງວຽນຢາບ - ảnh 1
(ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ)

(vovworld) - ວັນ​ທີ 25 ສິງຫາ, ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ຜູ້​ບັນ​ຊາ​ການ​ໃຫຍ່ຄົນ​ທຳ​ອິດ​ຂອງ​ກອງທັບປະຊາຊົນ​ຫວຽດນາມ, ​ເປັນ​ອ້າຍ​ກົກ​ຂອງ​​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຫວຽດນາມ ວິລະ​ຊົນ, ​ໄດ້ກ້າວ​ເຂົ້າ​ສູ່ອາຍຸ 103 ປີ (25/8/1911 – 25/8/2013). ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ບ່າຍ​ວັນ​ທີ 24 ສິງຫາ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ, ອວຍພອນ​ອາຍຸ​ໝັ້ນ​ຂວັນຍືນທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ອວຍພອນ​ໃຫ້​ທ່ານ​ພົນ​ເອກ​ມີ​ສຸຂະພາບ​ເຂັ້ມ​ແຂງ, ອາຍຸ​ຍືນ ​ແມ່ນ​​ແບບຢ່າງ ​ແລະ ​ແມ່ນຄວາມ​ເອກອ້າງຖະນົງ​ໃຈ​ຂອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ. ທ່ານ​ເລຂາທິຫານ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຍ້ອງຍໍຊົມ​ເຂີຍ ​ແລະ ຂອບ​ໃຈ​ບັນດາ​ແພດໝໍ​ໂຮງ​ໝໍ​ສູນ​ກາງ​ກອງທັບ 108 ​ໄດ້​ປິ່ນປົວ, ​​ເບິ່ງ​ແຍງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ສຸຂະພາບ​ຂອງທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ; ປາດ​ຖະໜາ​ວ່າ​ໝູ່​ພະນັກງານ, ແພດໝໍສືບ​ຕໍ່​ເບິ່ງ​ແຍງສຸຂະພາບ​ເປັນ​ຢ່າງ​ດີກ​ວ່າ​ອີກ ​ເພື່​ອ​ໃຫ້​ທ່ານ​ພົນ​ເອກ​ມີ​ສຸຂະພາບ​ເຂັ້ມ​ແຂງ, ອາຍຸ​ຍືນ.
ຂ່າວ/ບົດ​ອື່ນ