ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ເຂດສະຖານທີ່ປະຫວັດສາດເຕີນຈ່າວ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ເຂດສະຖານທີ່ປະຫວັດສາດເຕີນຈ່າວ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟ​ຸຈ້ອງ
ເຮັດ​ວຽກຢູ່ເມືອງ ​ເຊີນ​ເຢືອງ)


(vovworld) – ຕອນ​ເຊົ້າ​ວັນ​ທີ 29/08, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ສະຖານ​ທີ່ປະຫວັດ​ສາດ​ແຫ່ງ​ຊາດ​ພິ​ເສດ ​ເຕີນ​ຈ່າວ, ​ເມືອງ ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟ​ຸຈ້ອງ ​ໄດ້​​ໄປ​ຢ້ຽມຢາມຕູບ ນ່າ​ເນື່ອ, ບ່ອນ​ທີ່​ປະທານ​​ໂຮ່ຈິ​ມິນ ​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ ​ແຕ່​ເດືອນ 05 ​ເຖິງ​ເດືອນ 08/1945, ​ເພື່ອ​ຊີ້​ນຳ​ວຽກ​ງານກະ​ກຽມ​​ໃຫ້​ແກ່ການ​ລຸກ​ຮື້​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ ຊີ້​ນຳ​ການ​ລຸກ​ຮື້​ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ, ສ້າງ​​ເປັນປະ​ເທດ​​ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ.

        ຕໍ່​ຈາກ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ສາລາ ​ເຕີນ​ຈ່າວ, ​ເຊິ່ງ​ເປັນ​ສະຖານ​ທີ່​ສະພາ​ແຫ່ງ​ຊາດ ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 16 – 17/08/1945, ຮັບຮອງ​ເອົາ​ຄຳ​ສັ່ງລຸກ​ຮື້​ຂຶ້ນ​​ໃນ​ທົ່ວ​ປະ​ເທດ ​ແລະ ​ດຳ​ເນີນ​ການ​ປະຕິວັດ​ເດືອນ 8 ​ກໍ່​ຄື 10 ນະ​ໂຍບາຍ​ໃຫຍ່​ຂອງ ຫວຽດມິ​ງ, ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ຊົນ​ເຜົ່າ​ປົກ​ປ່ອຍ​ຫວຽດນາມ ໝາຍ​ຄວາມ​ວ່າ​ລັດຖະບານ​ຊົ່ວຄາວ​ໂດຍ​ທ່ານ​ໂຮ່ຈິ​ມິນ ​ເປັນ​ປະທານ.

        ຢູ່​ບ້ານ​ເຕີນ​​ເລີບ, ຕາ​ແສງ​ເຕີນ​ຈ່າວ, ທ່ານ​ເລຂາທິການ​ໃຫຍ່ ກໍ່​ໄດ້​ໄປ​ຢ້ຽມຢາມ​ເຮືອນ​ຂອງ​ລຸງ ຫງວຽນ​ຕ໋ຽນຊື້, ​ເຊິ່ງ​ເປັນ​ສະຖານ​ທີ່​ທີ່ປະທານ​ໂຮ່ຈິ​ມິນ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ແຕ່​ວັນ​ທີ 21/05 ຫາ​ທ້າຍ​ເດືອນ 05/1945 ​ເມື່ອ​ຫາ​ກໍ່​ມາ​ຕາ​ແສງ​ເຕີນ​ຈ່າວ; ຢ້ຽມຢາມ​ເຮືອນ​ລຸງ ຮ່ວາງ​ຈູ​ງ​ເຍີນ, ​ເປັນ​ສະຖານ​ທີ່​ເຊິ່ງພົນ​ເອກ​ຫວໍ​ງວຽນ​ຢ໋າ​ບ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​​ແຕ່​ທ້າຍ​ເດືອນ 05 ຮອດ​ເດືອນ 08/1945.

        ​ໃນ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ເມືອງ​ເຊີນ​ເຢືອງ ​ແລະ ຕາ​​ແສງ​ເຕີນ​ຈ່າວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ ​ເຊີນ​ເຢືອງ ຕ້ອງ​ຂຸດ​ຄົ້ນ ທ່າ​ແຮງ​ດ້ານ​ຄົມມະນາຄົມ​ທີ່​ສະດວກ, ມີ​ແງ່​ຫວັງ​ຫຼາຍ​ຢ່າງ ​ແລະ ​ເງື່ອນ​ໄຂ​ພັດທະ​ນາ​ຮອບດ້ານ ນັບ​ທັງ​ກະສິກຳ, ປາ​ໄມ້, ການ​ທ່ອ​ງທ່ຽວ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ຫຸ້ນ​ສ່ວນ​ເຈ້ຍ ອານ​ຮ່ວາ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ.

ຂ່າວ/ບົດ​ອື່ນ