ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມເມືອງ ຕຽວເກີ່ນ, ແຂວງ ຈ່າວິງ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມເມືອງ ຕຽວເກີ່ນ, ແຂວງ ຈ່າວິງ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່ ຄະນະ​ບໍ​ລິ​ງານ​ການ​ສູນ​ກາງ​ພັກ​
ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ)


(vovworld) – ວັນ​ທີ 08/03, ທ່ານ​ເລຂາທິການ​​ໃຫຍ່ ຄະນະ​ບໍ​ລິ​ງານ​ການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ​້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຈ່າ​ວິ​ງ. ​ຕອນ​​ເຊົ້າ​ວັນ​ທີ 08/03, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ຕຽວ​ເກີນ ​ເພື່ອ​ຊອກ​ຮູ້​ສະພາບ​ການ​ຜັນ​ຂະຫຍາຍປະຕິບັດ​ບັນດາ​ມະຕິ​ຂອງ​ພັກ​ຢູ່​ຂັ້ນ​ຮາກ​ຖານ. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ຜົນງານ ​ແລະ ໝາກຜົນ​ເຊິ່ງຕາ​ແສງ ຟຸ​ເກີນ ​ແລະ ​ເມືອງ​ຕຽວ​ເກີນ ບັນລຸ​ໄດ້, ພ້ອມ​ທັງ​ສະ​ເໜີ​ ສືບ​ຕໍ່​ເຮັດ​ແຈ້ງ​ບັນດາ​ບົດຮຽນ, ການ​ໄຈ້​ແຍກ​ເຫດຜົນ​ຂອງ​ທັງ​ວຽກ​ງານ​ທີ່​ປະຕິບັດ​ໄດ້​ແລ້ວ ​ແລະ ຍັງ​ບໍ່​ທັນສາມາດ​​ປະຕິບັດ​ໄດ້, ຈາກ​ນັ້ນ​ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ໃຫ້​ໄລຍະ​ຈະ​ມາ​ເຖິງ, ຮັບປະກັນ​ການ​ພັດທະນາ​​ແບບ​ຍືນ​ຍົງ. ທ່ານ​ເລຂາທິການ​​ໃຫຍ່ ກໍ່​ຕັກ​ເຕື່ອນບັນດາ​ຕາ​ແສງ ​ແລະ ​ເມືອງ ສືບ​ຕໍ່​​ປະຕິບັດ​ວຽກ​ງານ​ຊົນ​ເຜົ່າ ​ແລະ ສາສະໜາ​ເປ​ັນຢ່າງ​ດີ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທຸກ​ດ້ານ​ໃຫ້​ປະຊາຊົນ, ກະກຽມ​ໃຫ້​ກອງ​ປະຊຸ​ມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ.

ຂ່າວ/ບົດ​ອື່ນ