ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມການພົບປະ ສັງສັນອະດີດການນຳຂັ້ນສູງ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມການພົບປະ ສັງສັນອະດີດການນຳຂັ້ນສູງ - ảnh 1

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ອະດີດການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດທາງພາກໃຕ້
(ພາບ:nguyenphutrong.net)

(vovworld) - ຕອນເຊົ້າວັນທີ 13/2, ຢູ່ນະຄອນໂຮ່ຈີມິນ ໄດ້ຈັດການພົບປະ ສັງສັນກັບບັນດາອະດີດ ການນຳຂັ້ນສູງຂອງພັກ, ລັດຢູ່ບັນດາແຂວງພາກໃຕ້. ກ່າວຄຳເຫັນນະພິທີ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ ຈ້ອງໃຫ້ຮູ້ວ່າ: ແຕ່ລະປີ ກົມການເມືອງສູນກາງພັກ, ຄະນະເລຂາສູນກາງພັກຈະຈັດຕັ້ງ ການພົບປະ ສັງສັນຢ່າງໜ້ອຍສຸດແມ່ນ 2 ຄັ້ງເພື່ອລາຍງານສະພາບການຂອງປະເທດຊາດ,​ບັນດາວຽກງານເຊິ່ງ ພັກ,​ລັດ ໄດ້ ແລະ ພວມປະຕິບັດ ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ເຖິງບັນດາອະດີດການນຳ, ຈາກນັ້ນສາມາດມີບັນດາຂໍ້ສະເໜີ, ການປະກອບ ສ່ວນລວມເຂົ້າໃນວຽກງານຊີ້ນຳ, ນຳພາປະເທດຊາດ. ຜ່ານການພົບປະກໍສະແດງໃຫ້ເຫັນ ສິນລະທຳທີ່ວ່າ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງຊາດ, ຄວາມເຄົາ ລົບນັບຖື ແລະ ຈິດໃຈຮູ້ບຸນຄຸນຂອງບັນດາການນຳລຸ້ນປະຈຸບັນ ແລະ ປະຊາຊົນທີ່ມີຕໍ່ ບັນດາອະດີດການນຳຂັ້ນສູງຂອງຫວຽດນາມ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ໄລຍະທີ່ຈະ ມາເຖິງ, ນອກຈາກບັນດາຄວາມສະດວກ, ປະເທດຊາດກໍຍື່ນຢູ່ຕໍ່ໜ້າບັນດາຄວາມຫຍູ້ງຍາກ, ສະພາບການຍັງມີ ການຜັນແປທີ່ສັນສົນ. ດັ່ງນັ້ນ ພັກ, ລັດຄວນຍົກສູງຄວາມສາມາດນຳພາ, ກຳລັງຕໍ່ສູ້ ຢ່າງບໍ່ຢຸດຢັ້ງ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ທ່ານເລຂາທິການ ໃຫຍ່ຖືວ່າ: ລັດ ແລະ ປະຊາຊົນໄດ້ຮັບການປະກອບ ຄຳເຫັນຢ່າງສຸດຈິດສຸດໃຈຂອງບັນດາອະດີດການນຳຂັ້ນສູງປະກອບສ່ວນໃນບັນດາຂົງເຂດພັດທະນາຂອງປະເທດຊາດ, ນັ້ນແມ່ນບ່ອນອີງທີ່ ໄວ້ເນື້ອເຊື່ອໃຈທີ່ສຸດ. ຖ້າຫາກພວກເຮົາພ້ອມກັນຮ່ວມຈິດຮ່ວມໃຈ ກໍສາມາດຜ່ານຜ່າທຸກໆ ຄວາມຫຍູ້ງຍາກ, ການທ້າທາຍ, ບັນລຸໄດ້ຜົນງານອັນໃຫຍ່ ຫລວງເຂົ້າໃນການຫັນ ປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ກ່ວາອີກ. ທ່ານກ່າວວ່າ:

“ປີ 2012, ມີຄວາມຫຍູ້ງຍາກຫຼາຍຢ່າງ, ມີຫຼາຍວຽກງານທີ່ຕ້ອງເຮັດ, ການຜັນຂະ ຫຍາຍມະຕິຍັງປະສົບກັບ ຄວາມຫຍູ້ງຍາກຫຼາຍຢ່າງ. ຕົວຢ່າງຄືມະຕິສູງກາງພັກກອມ ມູນິດຫວຽດນາມຄັ້ງທີ 4 ກ່ຽວກັບບາງບັນຫາ ຮີບດ່ວນກ່ຽວກັບວຽກງານກໍ່ສ້າງພັກ ເຊິ່ງການປະຕິບັດມະຕິຕ້ອງມີຄວາມຕັດສິນໃຈ. ດ້ວຍການສ້າງໂຄງປະກອບ ເສດຖະກິດຄືນໃໝ່ຄືປະຈຸບັນ ຫຼື ການຜັນຂະຫຍາຍການພົວພັນຕ່າງປະເທດ ຂອງປະເທດຊາດ ກໍຫວັງວ່າ ພວກທ່ານປະກອບຄຳເຫັນຢ່າງສຸດຈິດສຸດໃຈ ເພື່ອປະຊາຊົນ, ເພື່ອພັກ, ເພື່ອປະເທດຊາດ. ພ້ອມກັນຮ່ວມແຮງ, ຮ່ວມໃຈ ບໍ່ຫວາດຫວັ່ນຕໍ່ຄວາມຫຍູ້ງຍາກ”

 

ຂ່າວ/ບົດ​ອື່ນ