ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເລີ່ມຕົ້ນການຢ້ຽມຢາມ ອີຕາລີ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເລີ່ມຕົ້ນການຢ້ຽມຢາມ ອີຕາລີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ອີ​ຕາ​ລີ
(ພາບ: VGP)


(vovworld) -     ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ອີ​ຕາ​ລີ, ວັນ​ທີ 21/01, ​ໄດ້​ດຳ​ເນີນ​ພິທີ​ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ຢູ່​ທຳນຽບປະທານາທິບໍດີ​ຢ່າງ​ເປັນ​ທາງ​ການພາຍ​ໃຕ້​​ເປັນ​ປະທານ​ຂອງ​ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Giorgio Napolitano. ຕາມ​ລາຍການ​​ແລ້ວ, ຄາດ​ວ່າ​ພາຍຫຼັງ​ພິທີ່​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Giorgio Napolitano; ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Mario Monti.

        ກ່ອນ​ໜ້າ​ນັ້ນ, ພາຍ​ຫຼັງ​ເດີນທາງ​​ໄປເຖິງ Rome, ​ໃນ​ຕອນ​ຄໍ່າ​ວັນ​ທີ 20/01, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົ​ມກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈ​ຳ ອີ​ຕາ​ລີ, ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອີ​ຕາ​ລີ. ນະ​ທີ່​ນີ້, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງໜ້າ​ຂອງ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີ​ຕາ​ລີ ​ໃນ​ໄລຍະ​ຜ່ານ​ມາ ​ ອັນໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ - ອີ​ຕາ​ລີ ​ໃຫ້​ນັບມື້​ນັບ​ພັດທະນາ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຊີ້​ແຈ້ງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ເຖິງ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ຕົກ ​ແລະ ສະຫະພາບ​ເອີ​ລົບ, ​ໃນ​ນັ້ນ​ມີ​ອີ​ຕາ​ລີ, ຜ່ານ​ນັ້ນ​ຊີ້​ໃຫ້​ເຫັນ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ບັນດາ​ການ​ພົວພັນ​ກັບສາກົນ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸ໋ຈ້ອງ  ກໍ​ໄດ້​ແລກປ່ຽນ​ກັບ​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີ​ຕາ​ລີ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຫວຽດນາມ ຕໍ່​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ, ​ເລື່ອງ​ລັດ​ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ດຳລົງ​ຊີວິດ, ຊື້​ເຮືອນ​ຢູ່, ບັນດາ​ຜູ້​ມີ​ອາ​ຍູ້​ສູງ​ໄດ້​ກັບ​ເມືອ​ດຳລົງ​ຊີວິດຢູ່​ພາຍ​ໃນປະ​ເທດ.

        “ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອອູ້ມ​ຊູ​ຊ່ວຍ​ເຫຼືອເຊິ່ງກັນ​​ແລະ​ກັນ, ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ຊ່ວຍ​ເຫຼືອ​​ເຊິ່ງກັນ​​ແລະ​ກັນ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ໃນ​ຖານະ​ຕຳ​ແໜ່​ງຂອງຕົນ​ເປັນ​ຢ່າງ​ດີ. ຂ້າພະ​ເຈົ້າ​ຊົມ​ເຊີຍຂໍ້​ລິ​ເລີມ​ຂອງ​ບາງ​ຄົນ​ທີ່​ວ່າ​ ປະຊາ​ຄົມຊາວ​ຫວຽດນາມ ​ໄດ້ເຂົ້າ​ຮ່ວມວຽກ​ງານ​ຂອງ​ສະຖານທູດ. ສະຖານທູດ​ເປີດ​ກວ້າງ​ເຄືອຂ່າຍ ເພື່ອ​ໃຫ້​ຊາວ​ຫວຽດນາມ ຜູ້​ໃດ​ກໍ​ເປັນທູດ, ຫາກ​ພຽງ​ແຕ່​ມີ 10 ກວ່າ​ຄົນ​ທີ່​ເຮັດ​ວຽກ​ງານ​ການທູດ​ຄື​ແນວ​ນັ້ນ​ຈະ​ແມ່ນ​ເລື່ອງ​ທີ່ຫຍຸ້ງຍາກ. ຂ້າພະ​ເຈົ້າ​ມີ​ຄວາມ​ປາກ​ພູມ​ໃຈ​ເມື່ອ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ, ຂ້າພະ​ເຈົ້າ​ຢາກ​ຕັກ​ເຕື່ອນພຽງ​ ຄຳ​ດຽວ​ເທົ່າ​ນັ້ນ, ​ນັ້ນ​ແມ່ນ ໄປ​ໃສ, ​ເຮັດ​ວຽກ​ຫຍັງ​ກໍ​ຕ້ອງ​ເອກອ້າງ​ທະ​ນົງ​ໃຈ​ວ່າ: ​ເຮົາ​​ແມ່ນຄົນ​ຫວຽດນາມ”.

ຂ່າວ/ບົດ​ອື່ນ