ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບປະທານາທິບໍດີ ສ.ເຊັກໂກ

(VOVWORLD) - ທີ່ການຕ້ອນຮັບໃນຕອນບ່າຍວັນທີ 07 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍປະທານາທິບໍດີ ສ.ເຊັກໂກ Milos Zeman ທີ່ໄດ້ມາຢ້ຽມຢາມ ຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບປະທານາທິບໍດີ ສ.ເຊັກໂກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ປະທານາທິບໍດີ ສ.ເຊັກໂກ Milos Zeman

ທ່ານໄດ້ຕີລາຄາການຢ້ຽມຢາມ ແລະ ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ທ່ານເລຂາທິການໃຫຍ່ໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງທ່ານປະທານາທິບໍດີ Milos Zeman ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ພ້ອມທັງສະເໜີ 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ປະເທດ. ສ່ວນທ່ານປະທານາທິບໍດີ ສ.ເຊັກໂກ ຢືນຢັນວ່າ: ສ.ເຊັກໂກ ຈະພະຍາຍາມຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ 2 ປະເທດໄດ້ລົງນາມ, ສ້າງການຫັນປ່ຽນຢ່າງແທດຈິງໃນການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ