ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກ,ລັດລາວ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກ,ລັດລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
​ຕ້ອນ​ຮັບ ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ

(vovworld)- ຕອນ​ບ່າຍ​ວັນ​ທີ 11/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ ໂດຍທ່າ​ນ​ພັນ​ຄຳ ວິ​ພາ​ວັນ ຮອງ​ປະ​ທານ​ປະ​ເທດ​ລາວ ​ເປັນ​ຫົວ​ຫນ​້າ​ຄະ​ນະ. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ສະ​ເຫນີ​ສອງ​ຝ່າຍ​ຈົ່ງ​ຕັ້ງ​ຫນ້າ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ກໍ​ຄື ຖະ​ແຫລງ​ການ​ຮ່ວມ ຫວຽດ​ນາມ ລາວ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ກ່ຽວ​ກັບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ ເຕັກ​ນິກ, ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ບັນ​ດາ​ເວ​ທີ​ປ​າ​ໄສ​ຫລາຍ​ຝ່າຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບ​ ທ່ານ ເພັດພົມພິ​ພັກລັດ​ຖະ​ມົນ​ຕີ,ຫົວ​ຫນ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ທີ່​ການ​ຕ້ອນ​ຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 11/7, ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ຫວຽດ​ນາມ ພ້ອມ​ແລ້ວ​ແບ່ງ​ປັນ​ທຸກ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ກັບ​ລາວ ບົນ​ຈິດ​ໃຈ​ຄວາມ​ສາ​ມັກ​ຄິ, ສະ​ຫນິດ​ຕິດ​ພັນ. ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ໄດ້​ປະ​ກອບ​ກຳ​ລັງ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ສອງ​ປະ​ເທດ ຄວນ​ຍາດ​ແຍ່ງ​ທຸກ​ແຫລ່ງ​ຫນູນ​ຊ່ວຍ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ເພື່ອ​ກໍ່​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ປະ​ເທດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ລາວ ຜ່ານ​ບັນ​ດາ​ແຫລ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ ມີ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ