ທ່ານເລຂາທິການໃຫ່ຍ ຫງວຽນຟຸຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ເທື່ອທຽນເຫ້ວ


ທ່ານເລຂາທິການໃຫ່ຍ ຫງວຽນຟຸຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ເທື່ອທຽນເຫ້ວ - ảnh 1

ທ່ານ​ຫງວຽນ​ຟຸຈ້ອງ​ຢ້ຽມຢາມ ປຊຊ ​ຕາ​ແສງ​ຮົ່ງຮ້າ-​ເມືອງ​ອາ​ເລືອ​ຍ

 (ພາບ: congan.com.vn)

 (vovworld)- ​ໃນວັນ​ທີ -1617/3, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍພັກ​ທົ່ວ​ປະ​ເທດ​ຄັງທີ 11, ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ຕາ​ແສງ​ຮົ່ງຮ້າ, ​ເມືອງ​ອາ​ເລືອ​ຍ, ​ແຂວງ​ເທື່ອ​ທຽນ​ເຫ້ວ ຊື່​ງ​ແມ່ນ​ຕາ​ແສງ​ດີ​ເດັ່ນ​​ໃນ​ການກໍ່ສ້າງຊົນນະບົດ​ໃໝ່​.

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17/3, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳແຂວງ​ເທື່ອ​ທຽນ​ເຫ້ວ. ທ່ານ​ສະ​ເໜີ​ແຂວງ​ຕ້ອງ​ໄຈ້​ແຍກ​ທ່​າແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ທ່າ​​ໄດ້​ປຽບ, ພ້ອມ​ທັງ​ປະຕິບັດ​ຈຸດໝາຍ​ນຳເທື່ອ​ທຽນ​ເຫ້ວ ກາຍ​ເປັນນະຄອນ​ຂຶ້ນ​ກັບ​ສູນ​ກາງ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ສູງ, ມານະ​ພະຍາຍາມ, ​ເຫັນ​ດີ​ເຫັນ​ພ້ອມ, ມີ​ກຳລັງ​ສັງ​ລວມ ​ແລະ ມີ​ລະບົບ​ມາດ​ຕະການ, ກົນ​ໄກ​ນະ​ໂຍບາຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ. ພະນັກງານ, ສະມາຊິກ​ພັກ, ອົງຄະ​ນະ​ພັກ​ຕ້ອງ​ເປັນ​ເຈົ້າການ, ຕັ້ງໜ້າ​ເພື່ອ​ເຄື່ອນ​ໄຫວຢ່າງ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ກ່ວາ​ອີກ​​ໃນ​ການ​ກະທຳ ​ແລະ ​ແນວ​ຄິດ./.

ຂ່າວ/ບົດ​ອື່ນ