(VOVWORLD) - “ໜ້າທີ່ໃນສັງກາດໃໝ່ຮຽກຮ້ອງໃຫ້ວຽກງານການສືບລາຊະການລັບຕຳຫຼວດປະຊາຊົນ ຕ້ອງປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ບຸກທະລຸໃນການຈັດຕັ້ງໜ້າທີ່ວຽກງານ ແລະ ສ້າງກຳລັງ, ຕ້ອງມີວິໄສທັດຍຸດທະສາດ”.
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ພິທີ) |
ນີ້ແມ່ນຄຳເນັ້ນໜັກຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ແລະ ພິທີຮັບຫຼຽນໄຊ ໂຮ່ຈີມິນ ໂດຍຈັດຂຶ້ນໃນຕອນເຊົ້າວັນທີ 08 ກຸມພາ, ຢູ່ ຮ່າໂນ້ຍ. ພ້ອມກັນເຂົ້າຮ່ວມມີ ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ປະເທດຊາດພວມກ້າວເຂົ້າສູ່ໄລຍະປະຫວັດສາດສຳຄັນ, ສັງກາດໃໝ່ ແລະ ກາລະໂອກາດໃໝ່. ໂດຍແມ່ນ “ດາບ”, “ໂລ່ກຳບັງ” ປົກປ້ອງລະບອບ, ປົກປ້ອງພັກ, ລັດ, ປົກປ້ອງປະຊາຊົນ, ບົດບາດ, ການປະກອບສ່ວນຂອງກຳລັງຕຳຫຼວດປະຊາຊົນ ເວົ້າລວມ ແລະ ກຳລັງສືບລາຊະການລັບ ເວົ້າສະເພາະ ມີຄວາມສຳຄັນຍິ່ງ. ໜ້າທີ່ໃນສັງກາດໃໝ່ຮຽກຮ້ອງໃຫ້ກຳລັງສືບລາຊະການລັບຕຳຫຼວດປະຊາຊົນຕ້ອງມີການປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ບຸກທະລຸໃນການຈັດຕັ້ງໜ້າທີ່ວຽກງານ ແລະ ສ້າງກຳລັງ, ຕ້ອງມີວິໄສທັດຍຸດທະສາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍຄຸນນະທາດ, ພູມປັນຍາ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈດ້ານການເມືອງສູງ, ກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ຈະສືບຕໍ່ສ້າງຜົນງານວິລະກຳຫຼາຍຢ່າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສັງກາດໃໝ່.
ທີ່ພິທີ, ທ່ານເລຂາທິການໃຫຍ່ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ກຳລັງສືບລາຊະການລັບປະຊາຊົນ ແລະ ປະດັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ບັນດາກົມກອງລວມໝູ່, ສ່ວນບຸກຄົນດີເດັ່ນທີ່ຂຶ້ນກັບກຳລັງສືບລາຊະການລັບຕຳຫຼວດປະຊາຊົນ.