ທ່ານເລຂາທິການໃຫຍ່,ປະທານປະເທດລາວ ຢ້ຽມຢາມທາງລັດຖະກິດເຖິງກຳປູເຈຍ

(VOVWORLD) -ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ໄດ້ ເດິນທາງເຖິງ ນະຄອນຫລວງ ພະນົມເປັນ ຢ້ຽມຢາມທາງລັດຖະກິດ ກຳປູເຈຍ ແຕ່ວັນທີ 9- 10 ກຸມພາ.

ໄລຍະຢູ່ຢ້ຽມຢາມ ກຳປູເຈຍ ທ່ານ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດລາວ ຈະມີການພົບປະກັບທ່ານປະທານສະພາສູງ ກຳປູເຈຍ  Samdech Say Chhum, ປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech HunSen. ການຢ້ຽມຢາມ ກຳປູເຈຍ ຄັ້ງນີ້ຂອງທ່ານ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ຈະເປັນຂີດໝາຍສຳຄັນໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກໍ່ຄືຊຸກຍູ້ນ້ຳໃຈມິດຕະພາບ ສາມັກຄີ ອັນດີງາມ ແລະ ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ແລະ ປະຊາຊົນສອງປະເທດ ລາວ ແລະກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ