ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນ ຂຶ້ນເປັນພົນເອກໃຫ້ລັດຖະມົນຕີກະຊວງຕຳຫລວດແລະຫົວຫນ້າກົມໃຫຍ່ການເມືອງ

(VOVWORLD) -ຕອນເຊົ້າວັນທີ 29 ມັງກອນ ຢູ່ ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນຂຶ້ນເປັນພົນເອກໃຫ້ທ່ານໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ແລະ ທ່ານ ເລືອງເກືອງ ຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. 
ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນ ຂຶ້ນເປັນພົນເອກໃຫ້ລັດຖະມົນຕີກະຊວງຕຳຫລວດແລະຫົວຫນ້າກົມໃຫຍ່ການເມືອງ - ảnh 1

ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນ ຂຶ້ນເປັນພົນເອກໃຫ້ລັດຖະມົນຕີກະຊວງຕຳຫລວດແລະຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. 

ພາບ: vietnam+

ກ່າວຄຳເຫັນນະພິທີ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ: ເລື່ອງພັກ, ລັດ ເລື່ອນຊັ້ນຂຶ້ນເປັນພົນເອກ ໃຫ້ທ່ານໂຕເລີມ ແລະ ທ່ານ ເລືອງເກືອງ ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ  ແລະ ປະຊາຊົນສຳລັບກຳລັງປະກອບອາວຸດ ພ້ອມທັງແມ່ນການຮັບຮູ້, ຕີລາຄາສູງການປະກອບສ່ວນສຳຄັນຂອງແຕ່ລະສະຫາຍສຳລັບພາລະກິດແຫ່ງການສ້າງສາ ແລະ ພັດທະນາກອງທັບ, ຕຳຫລວດກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງ ເນັ້ນຫນັກວ່າ:

“ໃນຖານະຕຳແຫນ່ງວຽກງານ, ເຖິງວ່າ ຢູ່ໃນເງື່ອນໄຂຄືແນວໃດ ພວກສະຫາຍຍາມໃດກໍ່ສະແດງໃຫ້ເຫັນແມ່ນພະນັກງານມີຄຸນທາດດ້ານການເມືອງອັນໝັ້ນແກ່ນ, ມີຄຸນສົມບັດ ຈັນຍາບັນ, ແລະ ມີນ້ຳໃຈຮັບຜິດຊອບ ແລະ ສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍເປັນຢ່າງດີ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າ: ເລື່ອງປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ,   ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນຫນ້າທີ່ຈຸດສຸມ ເປັນປະຈຳ ຂອງພັກ, ລັດ, ຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ, ໃນນັ້ນ ກອງທັບປະຊາຊົນ ແລະ ຕຳຫລວດປະຊາຊົນແມ່ນກຳລັງຫລັກແຫລ່ງແກ່ນສານ.

ຕອບກັບ

ຂ່າວ/ບົດ​ອື່ນ