ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຕ້ອນຮັບການນຳຂັ້ນສູງລາວ ແລະ ກຳປູເຈຍ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຕ້ອນຮັບການນຳຂັ້ນສູງລາວ ແລະ ກຳປູເຈຍ - ảnh 1

ທ່ານ​ເລຂາທິການ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ໃຫ້ການ​ຕ້ອນຮັບເລຂາທິການ​ໃຫຍ່,
ປະທານ​ປະ​ເທດຈູມ​ມະ​ລີ ​ໄຊ​ຍະ​ສອນ

(ພາບ: Trí Dũng/TTXVN)

(vovworld) – ​ໃນ​ໂອກາດ​ມາ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ວັນ​ທີ 12/10, ທ່ານ​ເລຂາທິການ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​, ລັດ​ລາວ ​ໂດຍ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ສົ່ງ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ, ຄວາມທຸກ​ເສົ້າຢ່າງ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ, ກອງທັບ ​ແລະ  ປຊຊ ລາວ ​ເຖິງ ພັກ, ລັດ, ກອງທັບ ​ແລະ ປຊຊ ຫວຽດນາມ ອ້າຍ​ນ້ອງຕໍ່​ການ​ມໍລະນະ​ກຳ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ທ່ານ​ໄດ້​ຕີ​ລາຄາ​ສູງ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ປະຕິວັດປົດ​ປ່ອຍ​ຊາດ ​ກໍ່​ຄື ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງຫວຽດນາມ ​ແລະ ລາວ. ທ່ານ​ຢືນຢັນ​ວ່າ ພົນ​ເອກ​ແມ່ນ​ເພື່ອ​ຜູ້​ຍິ່ງ​ໃຫຍ່, ມີ​ຄວາມ​ສະໜິດສະໜົມ ​ແລະ ​ໃກ້ຊິດ​ຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ລາວ. ພົນ​ເອກ ​ໄດ້​ມີ​ການ​ປະ​ສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ກໍ່ສ້າງ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈູມ​ມະ​ລີ ​ໄຊ​ຍະ​ສອນ ຢືນຢັນ​ວ່າ, ພັກ, ລັດ ​ແລະ ປຊຊລາວ​ຈະ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃຫ້​ເກີດ​ດອກ​ອອກ​ຜົນ​ຕະຫຼອດ​ໄປ.

​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ກໍ່​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາຊະ​ອານາຈັກ ກຳປູ​ເຈຍ, ​ໂດຍ​ທ່ານ Xam dec Heng Xom rin, ປະທານ​ກິ​ຕິ​ມາ​ສັກ​ພັກ​ ປຊຊ ກຳປູ​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ນຳ​ໜ້າ​ມາ​ເຂົ້າ​ຮ່ວມ​ພິທີ​ໄຫວ້​ອາ​ໄລ​ພົນ​ເອກ​ ຫວໍງວຽນ​ຢາ​ບ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງຂອງ​ອົກ​ຂອບ​ໃຈ​ພະ​ມະຫາ​ກະສັດ ​ໂນ​ໂຮ​ດົມ ຊີ​ຮາ​ໂມ​ນີ ​ແລະ ບັນດາ​ການ​ນຳ​ ກຳປູ​ເຈຍ​ໄດ້​ສົ່ງ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ​ຫວຽດນາມ​ກ່ຽວ​ກັບ​ການ​ມໍລະນະ​ກຳ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ທ່ານ​ຢືນຢັນ​ວ່າ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ, ຍາວ​ນານ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພືນ ​ແລະ ​ໃນ​ໂລກ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ