ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ເຂົ້າຮ່ວມກອງປະຊຸມວຽກງານປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ເຂົ້າຮ່ວມກອງປະຊຸມວຽກງານປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ - ảnh 1
ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ 
ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ໂຮມ​ວາລະ​ປະຊຸມ​ຄັ້ງ​ທີ 4 ຂຶ້ນ
(ພາບ: TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ໂຮມ​ວາລະ​ປະຊຸມ​ຄັ້ງ​ທີ 4. ທີ່​ວາລະ​ປະຊຸມ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ສະຫຼຸບ, ຕີ​ລາຄາ​ໝາກຜົນ​ການ​ເຄື່ອນ​ໄຫວ​ປີ 2013 ​ແລະ ປຶກສາ​ຫາລື​ທິດ​ທາງ​, ໜ້າ​ທີ ປີ 2014, ປຶກສາ​ຫາລື​ ​ແລ​ະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ຕ່າງໆ​ໂດຍ​ສະ​ຫຼຸຍ​ຫຍໍ້​ໝາກຜົນ​ແຫ່ງ​ການ​ຕິດຕາມການ​ກວດ​ກາ​ບັນດາ​ກໍລະນີ, ​ເປີດ​ການ​ສືບສວນ​ສອບ​ສວນ, ຟ້ອງສານ, ພິພາກສາບັນດາ​ຄະດີສໍ້ລາດບັງ​ຫຼວງ​ທີ່​ສັບສົນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ເລຂາທິການໃຫຍ່ພັກ ກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ເນັ້ນ​ໜັ້ກວ່າ ປີ 2014 ​ແມ່ນ​ປີທີ່​ສຳຄັນ​ທີ່​ສຸດ, ​ເພາະ​ສະ​ນັ້ນ, ໜ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ທ່ານ​ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງຊີ້​ແຈ້ງວ່າ:

       “ ຄວນ​ສືບ​ຕໍ່​ປັບປຸງ​ເພີ່ມ​ເຕີມ​ສ້າງ​ລະບອບ​ບັນຍັດ, ກົນ​ໄກ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງວຽກ​ງານການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງໃຫ້​ສົມບູນ​ແບບ. ພ້ອມ​ກັນ​ນັ້ນ, ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ສຶກສາ​ອົບຮົມ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ. ສຳລັບບັນດາ​ບັນຫາ​ທີ່ກ່ຽວຂ້ອງ​ເຖິງ ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງນັ້ນ, ບັນດາ​ຫົວໜ່ວຍ​ຄວນ​​ເປັນ​ເຈົ້າ​ການ​ນຳ​ສະ​ເໜີ...”
ຂ່າວ/ບົດ​ອື່ນ