ທ່ານເລຂາທິການໃຫຍ່ສປຊເຊື່ອໝັ້ນວ່າ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

(VOVWORLD) -ທ່ານເລຂາທິການໃຫຍ່ Antonio Guterres ຊົມເຊີຍ ຫວຽດນາມ ທີ່ໄດ້ຮັບໄຊຊະນະໃນການຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025
ທ່ານເລຂາທິການໃຫຍ່ສປຊເຊື່ອໝັ້ນວ່າ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ - ảnh 1(ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ວັນທີ 13 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ. ທ່ານເລຂາທິການໃຫຍ່ Antonio Guterres ຊົມເຊີຍ ຫວຽດນາມ ທີ່ໄດ້ຮັບໄຊຊະນະໃນການຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ບັນລຸປະສິດທິຜົນໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ, ທ່ານຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສະຫະປະຊາຊາດ (1977 - 2022). ທ່ານຖືວ່າ ການຢ້ຽມຢາມຈະສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບເລື່ອງ ສະຫະປະຊາຊາດ ຖືເປັນສຳຄັນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ - ສະຫະປະຊາຊາດ ໃນໄລຍະ 45 ປີຜ່ານມາ ແລະ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ບໍ່ອາດຂາດໄດ້ຂອງສະຫະປະຊາຊາດ, ໄດ້, ພວມ ແລະ ຈະມີການປະກອບສ່ວນທີ່ມີຄວາມໝາຍໃຫ້ແກ່ວຽກງານລວມຂອງສະຫະປະຊາຊາດ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ເພື່ອສັນຕິພາບ ແລະ ການພັດທະນາຢູ່ໃນໂລກ.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກເຖິງຄວາມໝາຍສຳຄັນໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ໂດຍຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານລວມຂອງ ສະຫະປະຊາຊາດ, ໃນນັ້ນມີການຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ