ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ-ຊາຍເນື່ອງໃນໂອກາດວັນແມ່ຍິງສາກົນ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ-ຊາຍເນື່ອງໃນໂອກາດວັນແມ່ຍິງສາກົນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Antonio Guterres
(ພາບ​ປະ​ກອບ: UNHCR)


(vovworld) - ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ແມ່​ຍິງ​ສາ​ກົນ ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Nairobi ຂອງ Kenya, ວັນ​ທີ 08/03, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Antonio Guterres ເນັ້ນ​ໜັກ​ວ່າ, ໂລກ​ຍັງ​ບໍ່​ທັນ​ຮັບ​ຮູ້ຢ່າງ​ຈະ​ແຈ້ງ​ເທື່ອ​ ກ່ຽວ​ກັບ​ບັນ​ຫາ​ທີ່​ໄດ້​ເຕື້ອງ​ເຖິງ​ຫຼາຍ​ແມ່ນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ຍ້ອນ​​ວ່າ ​ຫຼາຍ​ສັງ​ຄົມ​ເພດ​ຊາຍກວມ​ເອົາ​​ສ່ວນຫຼາຍ. ຕາມ​ທ່ານ Antonio Guterres ແລ້ວ, ບັນ​ດາ​ຂໍ້​ລິ​ເລ​ີ່ມ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊ​າຍ ຍັງ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ​ຫຼາຍ​ຢ່າງ​ໃນ​ຫຼາຍ​ສັງ​ຄົມ​​ໃນໂລກ; ບັນ​ດາການ​​ກະ​ທຳ​ທາ​ລຸນ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ​ຍັງ​​ດຳ​ເນີນ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ… ທ່າ​ນ​ຖື​ວ່າ, ຖ້າ​ແມ່​ຍິງ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຈະ​ດີກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຊີ້​ແຈ້ງວ່າ, ມີ​ຫຼາຍ​ອົງ​ການ​ຈັດ​ຕັ້ງ, ໃນ​ນັ້ນ​ມີ​ບັນ​ດາ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ວິ​ສາ​ຫະ​ກິດ, ໂຮງ​ຮຽນ ​ຈະມີ​ຄວາມ​ວັດ​​ທະ​ນາ​ຖາ​ວອນກວ່າ ເມື່ອ​ເຂົາ​ເຈົ້າ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ.

ຂ່າວ/ບົດ​ອື່ນ