ທ່ານເລຂາທິການໃຫຍ່ສະຫະປະຊາຊາດແລະພັນລະຍາຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດແລະພັນລະຍາຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ແລະ ພັນ​ລະ​ຍາ​ໄດ້​​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 22 – 23/5/2015.

        ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ຈະ​ເຈ​ລະ​ຈາ​ກັບ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 1 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຫວຽດ​ນາມ, ໂອ້​ລົມ​ກັບ​ນັກ​ສຶກ​ສາ, ພະ​ນັກ​ງານ​ສະ​ຖາ​ບັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ…


ຂ່າວ/ບົດ​ອື່ນ