ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ເຮັດ​ວຽກ​ກັບການນຳຫລັກ​ແຫລ່ງ​ແຂວງ​ບິ່ງ​ເຟືອ​ກ
(ພາບ: vietnamplus.vn)


(vovworld) –  ​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​​ເຂດຕາ​ເວັນ​ອອກ​ພາກ​ໃຕ້, ວັນ​ທີ 14/04, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ເຟືອ​ກ ​ເພື່ອ​ຕິດຕາມ​ກວດກາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກ, ບັນດາ​ມະຕິ​ຂອງ​ສູນ​ກາງ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ແຂວງ​ບິ່ງ​ເ​ຟືອກຄັ້ງ​ທີ 9 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ກໍ່ສ້າງ​ພັກ ​ແລະ ​ເພື່ອ​ຮັກສາວັດທະນະທຳ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ​​ເຂດຊົນນະບົດ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ວ່າ.

        “ກໍ່ສ້າງ​ຊົນນະບົດ​ໃໝ່​​ໃນ​ເງື່ອນ​ໄຂທີ່​ພວກ​ເຮົາ​ພວມ​ຫັນ​ເປັນຕົວ​ເມືອງ ​ແລະ ​ຫັນ​​ເປັນ​ອຸດສາ​ຫະກຳ ສະ​ນັ້ນ​ເຂດ​ຕົວ​ເມືອງ ​ແລະ ​ເຂດຊົນນະບົດ​ມີ​ຄວາມ​ຫັນປ່ຽນ​ເຊິ່ງກັນ ​ແລະ ​ກັນ. ​ຕ້ອງເຮັດ​ແນວ​ໃດ​​ເພື່ອຮັກສາ​​ສີສັນວັດທະນະທຳ​ຂອງ​ຊົນ​​ເຜົ່າຢູ່​ບ່ອນ​ນີ້, ຮັກສາວັດທະນະທຳ​ພິ​ເສດສະ​ເພາະ ​ແລະ ​ເປັນ​ມູນ​ເຊື້ອຂອງ​​ເຂດຊົນນະບົດ​ຫວຽດນາມ ​ແຕ່​ກໍຕ້ອງກໍ່​ສ້າງຊົນນະບົດ​ໃໝ່​ຕາມ​ທິດ​ທັນ​ສະ​ໄໝ ​ແລະ ​ຫັນ​ເປັນ​ຕົວ​ເມືອງ, ຫາກ​ບໍ່​ພຽງແມ່ນ​ອ່ີງ​ໃສ່​ ບັນດາ​ມາດ​ຖານ​ເທົ່າ​ນັ້ນ.”

        ​​ເມື່ອ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກແຂວງ ​ແລະ ພະນັກງານ​ຫລັກ​ແຫລ່ງ​ແຂວງ​ບິ່ງ​ເຟືອ​ກ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ວ່າ.

        “ສຳລັບ​ແຂວງ​ບິ່ງ​ເຟືອ​ກ​ແລ້ວ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ກວ່າ​ໝູ່​ແມ່ນ​ທີ່​ດິນ, ພິ​ເສດ​ແມ່ນ​ດິນ​ປູກປ່າ, ດິນ​ປູກ​ຕົ້ນ​ໄມ້​ອຸດສາ​ຫະກຳ, ​ແມ່ນ​ແຫ​ລ່ງຫາ​ລ້ຽງ​ຊີບຂອງ​ປະຊາຊົນ. ສະ​ນັ້ນ, ຕ້ອງ​ວາງ​ແຜນກຳນົດ, ຄຸ້ມ​ຄອງ​ທີ່​ດິນ​ໃຫ້​ມີ​ປະສິດທິ​ຜົນ, ນຳ​ໃຊ້, ຄຸ້ມ​ຄອງ​ແຫ​ລ່ງຊັບພະຍາກອນ​​ແຮ່​ທາດ ​ເຊິ່ງ​ແມ່ນຊັບ​ສິນ​ອັນ​ລ້ຳ​ຄ່າຂອງ​ທ້ອງ​ຖິ່ນ ​ແລະ ປະ​ເທດ​ຊາດ, ສະ​ກັດ​ກັ້ນ​ຄວາມ​ຫຍໍ້​ທໍ້, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຂຸດ​ຄົ້ນ, ພັດທະນາ​ຕົ້ນ​ໄມ້​ອຸດສາຫະກຳ​ຕິດ​ພັນ​ກັບ​ອຸດສາຫະກຳ​ປຸ້ງ​ແຕ່ງ, ຫັນປ່ຽນ​ໂຄງ​ປະກອບຜົນລະປູກ ​ແລະ ສັດລ້ຽງ.”

        ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ເວົ້າວ່າ ​ແຂ​ວງບິ່ງ​ເຟືອ​ກ ​​ເຊິ່ງແມ່ນ​ສະຖານ​ທີ່​ມີ​ຫລາຍ​ຊົນ​ເຜົ່າ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ ດັ່ງ​ນັ້ນ​ຕ້ອງສືບ​ຕໍ່​ປະຕິບັດ​ນະໂຍບາຍ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເປັນ​ຢ່າງ​ດີ, ຊ່ວຍ​ເຫລືອ​ພ້ອມກັນ​ພັດທະນາ; ສ້າງສາ​ຍພົວພັນ​ມິດຕະພາບ, ການຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ເພື່ອນ​ມິດ. ​ໃນ​ພາລະກິດ​ກໍ່ສ້າງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ ຊີ້​ແຈ້ງວ່າ ຕ້ອງ​ປະຕິບັດ​ວຽການ​ພະນັກງານ​ເປັນ​ຢ່າງ​ດີ, ​ເພາະວ່າ ​ນີ້​ແມ່ນ​ວຽກ​ງານ​ທີ່​ຫລັກ​ແຫ​ລ່ງ.

ຂ່າວ/ບົດ​ອື່ນ