ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ)


(vovworld) - ຕອນ​ບ່າຍ​ວັນ​ທີ 22/12, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ລິວ​ຈີ​ບາວ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ເລ​ຂ​າທິ​ການ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນຳ​ໜ້າ​ຄະ​ນະ​ຜູ້​ແທ​ນ​ພັກ​ກອມ​ມູ​ນິດ​ຈີນ ຢ້ຽມ​ຢາມ​ຫວຽດ​ນາມ ແລະ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະ​ຫວ່າງ 2 ພັກ​ຄັ້ງ​ທີ 12 ດ້ວຍ​ຫົວ​ຂໍ້ “ກໍ່​ສ້າງ​ພັກ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ສິ່ງ​ທ້າ​ທາຍ, ​ປະ​ສົບ​ການ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ກອ​ມ​ມູ​ນິດ​ຈີນ”. ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸກ​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ຫົວ​ຂໍ້​ຂອງກອງ​ປະ​ຊ​ຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 12 ລະ​ຫວ່າງ 2 ພັກ, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ມີ​ລັກ​ສະ​ນະ​ຫຼັກ​ແຫຼ່ງ, ມີ​ຄວາມ​ໝາຍ​ຕັດ​ສິນ​ຂອງວຽກ​ງານກໍ່​ສ້າງ​ພັກ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສຳ​ລັບ​ແຕ່​ລະ​ພັກ ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຄື​ໃນ​ປະ​ຈຸ​ບັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ໃຫ້ 2 ຝ່າຍ​ສຸມ​ໃສ່​ແລກ​ປ່ຽນ​ທິດ​ສະ​ດີ, ​ແບ່ງ​ປັນ​ບົດ​ຮຽນ​ຢ່າງ​ແທ​ດ​ຈິງ, ປະ​ກອບ​ສ່ວນກໍ່​ສ້າງ​ພັກ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ບົດ​ບາດ​ກຳ​ອຳ​ນາດ​ຂອງ 2 ພັກ​ໃນ​ສະ​ພາບ​ການ​ໃໝ່.

        ສ່ວນ​ທ່ານ ລິວ​ຈີ​ບາວ  ​ໄດ້ເນັ້ນ​ໜັກ​​ເຖິງຄວາມ​ໝາຍ​ສຳ​ຄັນ​ຂອງ​ຫົວ​ຂໍ້​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຄັ້ງ​ທີ 12 ລະ​ຫວ່າງ 2 ພັກ, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບຝ່າຍ​ຫວຽດ​ນາມ ​ລົງ​ເລິກແລກ​ປ່ຽນ​ທິດ​ສະ​ດີ ແລະ ​ປະ​ສົບ​ການ​ຕົວ​ຈິງ​ກ່ຽວ​ກັບ​ວ​ຽກ​ງານກໍ່​ສ້າງ​ພັກ ແລະ ປ້ອງ​ກັນ​​ຕ້ານການ​ສໍ້​ລ​າດ​ບັງ​ຫຼວງ​​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ເຫັນ​ດີ​​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ ແລະ ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ໂຄ​ສະ​ນາສຶກ​ສາ 2 ພັກ ແລະ ສື່​ສານ 2 ປະ​​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ