ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບທ່ານHtinKyawປະທານາທິບໍດີສາທາລະນະລັດສະຫະພາບມຽນມາ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບທ່ານHtinKyawປະທານາທິບໍດີສາທາລະນະລັດສະຫະພາບມຽນມາ - ảnh 1
ທ່ານ​ Htin Kyaw ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພາບມຽນ​ມາ ແລະ ທ່ານ ເລ​ຂະ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ 

(vovworld)- ​ຕອນ​ບ່າຍ ​ວັນ​ທີ 26/10, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ເລ​ຂະ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ຕ້ອ​ນ​ຮັບ ທ່ານ​ Htin Kyaw ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພາບມຽນ​ມາ, ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊົມ​ເຊີຍ ແລະ ຖື​ວ່າ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ຂອງ ທ່ານ ​Htin Kyaw ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ມີ​ຄວາມ​ໝາຍ​ສຳ​ຄັນ ໃນ​ສະ​ພາບ​ການ​ສອງ​ປະ​ເທດ ລ້ວນ​ແຕ່​ມີ​ຄະ​ນະ​ການ​ນຳ​ໃໝ່, ປະ​ກອບ​ສ່ວນ​ເປີດ​ສັງ​ກາດ​ໃໝ່ ໃນ​ການ​ພົວ​ພັນ​ສອງ​ປະ​ເທດ. ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່ ຢືນ​ຢັນ​ວ່​າ: ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຂອງ​ຫວຽດ​ນາມ ແມ່​ນຖື​ເປັນ​ສຳ​ຄັນການ​ເພີ່ມ​ທະ​ວີ ແລະ ເປີດກວ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ມຽນ​ມາ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ປາດ​ຖະ​ໜາ​ວ່າ: ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ ​ປະ​ສິດ​ທິ​ຜົນສູງ​ສຸດ ​ຂອງ​ບັນ​ດາ​ກົນ​ໄກ​ການ​ຮ່ວ​ມ​ມື​ສອງ​ຝ່າຍ ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ ແລະ ການ​ລົງ​ທຶນ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ຂອງ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ ລ​ະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່ໜູນ​ຊ່ວຍ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ລະ​ຫວ່າງ ສອງ​ປະ​ເທດ ຮັບ​ປະ​ກັນ​ສອງ​ປະ​ເທດ​ພ້ອມ​ກັນ​ພັດ​ທະ​ນາ.

        ສ່ວນ ທ່ານ Htin Kyaw ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນມຽນ​ມາ ສະ​ແດງ​ຄວາມ​ປິ​ຕິຊົມ​ຊື່ນ ເປັນ​ຄັ້ງ​ທຳ​ອິດ​ທີ່​ມາ​ຢ້ຽມ​ຢາມຫວຽດ​ນາມ ແລະ ຢືນ​ຢັນ​ວ່​າ: ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ຈະປະ​ຕິ​ບັດການ​ພົວ​ພັນ​ສອງ​​ຝ່າຍ​ ໃຫ້​ເລິກ​ເຊິ່ງກວ່າ​ອີກ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​ກັນ, ຍູ້​ແຮງ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ, ເປີດກວ້າງ​ການ​ພົວ​ພັນ​ດ້ານ​ການ​ຄ້າ-ການ​ລົງ​ທຶນ ບົນ​ພື້ນ​ຖານຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ, ເພີ່​ມທະ​ວີ​ການ​ພົວ​ພັນ​ແລ​ກ​ປ່ຽນ​ຂອງ​ປະ​ຊາ​ຊົນ ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ອາ​ຊຽນ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ.

ຂ່າວ/ບົດ​ອື່ນ