ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕີຈຽງ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕີຈຽງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
​ຕ້ອນຮັບ​​ທ່ານ ຈາງ​ເຕີ​ຈຽງ
(ພາບ: TTXVN)

(vovworld) – ທີ່​ການ​ຕ້ອນຮັບ​​ໃນຕອນ​ບ່າ​ຍ ວັນທີ 09/11, ຢູ່ສຳ​ນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາ​ຄາສູງໝາກ​ຜົນ​​ແຫ່ງ​ການ​ເຈລະຈາ, ພົບ​ປະລະ​ຫວ່າງ​ທ່ານ ຈາງ​ເຕີ​ຈຽງ ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ກັບ​ບັນດາ​ການ​ນຳ ຫວຽດນາມ, ຖື​ວ່າ: ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ສຳຄັນ ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ​້​​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ມິດຕະພາບ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍພອນ​ພັກ, ລັດ, ປະຊາຊົນ ຈີນ ກ່ຽວ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຈີນ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ 2 ຝ່າຍ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາຄວາມ​ຮັບ​ຮູ້​ລວມ ​ເຊິ່ງບັນລຸ​​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ເປັນ​ຢ່າງ​ດີ ບົນ​ຈິດ​ໃຈ “​ເວົ້າ​ຄຽງ​ຄູ່​ກັບ​ການ​ປະຕິບັດ​”, ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ເປັນ​ປະຈຳ, ເສີມຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິຜົນບັນດາ​ໂຄງການ​ລົງທຶນ​, ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ, ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ ພິ​ເສດແມ່ນ​ລຸ້ນໜຸ່ມ 2 ປະ​ເທດ, ພ້ອມ​ກັນ​ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ ບົນ​ຈິ​ດ​ໃຈ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ກັນ ​ແລະ ກົດໝາຍ​ສາກົນ, ຮັກສາ​ສັນຕິພາບ, ສະຖຽນ​ລພາບ ​ແລະ ທ່າ​ອ່ຽງພັດທະນາ​ການ​ພົວພັນ 2 ປະ​ເທດຢ່າງ​ປອດ​ໃສ.

        ສ່ວນ​ທ່ານ ຈາງ​ເຕີ​ຈຽງ ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ​ກໍ່ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊາບກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ສູນ​ກາງທີ 6 ຂອງ​ພັກ​ກອມ​ມູນິດ ຈີນ ຜ່ານ​ມາ; ຢືນຢັນວ່າ ພັກ, ລັດຖະບານ ຈີນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຈະຢືດໝັ້ນ​ພັດທະນາ​ການ​ພົວ​ພັນ​ອັນ​ດີງາມ​ລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນ, ປາດ​ຖະໜາ​ວ່າ​ 2 ຝ່າຍຈະ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ແລກປ່ຽນ​ບົດຮຽນ, ​ເຊື່​ອມຕໍ່​ຍຸດ​ທະ​ສາດ​ພັດທະນາ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ບັນ​ດາ​ຂົງ​ເຂດ​ອື່ນໆ, ​ເພື່ອ​ແນ​ໃສ່​ປັບປຸງ​ພື້ນຖານ​ສັງຄົມ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ ​ໃຫ້ພັດທະນາ​ອັນ​ດີງາມ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຂ່າວ/ບົດ​ອື່ນ