ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຕາແສງດືກຮ່ວາດົງແຂວງລອງອານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຕາແສງດືກຮ່ວາດົງແຂວງລອງອານ - ảnh 1
(ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​​ລົງ​ຢ້ຽມ​ຢາມ ​ແລະ ​
ເຮັດ​ວຽກ​ຢູ່​ຕາ​ແສງ ດືກຮ່ວາ​ດົງ ​ເມືອງ​ດືກຮ່ວາ ​ແຂວງ​ລອງ​ອານ)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/03 ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ລົງ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ດືກຮ່ວາ​ດົງ ​ເມືອງ​ດືກຮ່ວາ ​ແຂວງ​ລອງ​ອານ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ​ເລື່ອງ​ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ ດືກຮ່ວາ​ດົງ ​ເວົ້າ​ສະ​ເພາະ, ​ເມືອງ​ດືກຮ່ວາ​ ​ເວົ້າ​ລວມ ​ເລືອກ​ເຟັ້ນການ​ພັດທະນາ​ອຸດສາຫະກຳ, ການ​ບໍລິການ ​ໄດ້​​ເຮັດ​ໃຫ້​ກົນ​ໄກ​ເສດຖະກິດປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ, ຍົກ​ສູງ​ຄຸນ​ນະພາ​ບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ:

        “ດືກຮ່ວາ ​ເວົ້າ​ລວມ ​ແລະ ດືກຮ່ວາ​ດົງ ​ເວົ້າ​ສະ​ເພາະ ​ແມ່ນ​ຮູບ​ພາບ​ທີ່​ລະອຽດ, ຊີວິດ​ຊີວາ​ກ່ຽວ​ກັບ​ພາລະ​ກິ​ດຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ແຂວງ ກໍ່​ຄື​ຂອງ​ທັງ​ປະ​ເທດ ພວມຫັນປ່ຽນ​ຮູບ​​ແບບ​ໄວ​ທີ່​ສຸດ ​ແລະ ພວມ​ປ່ຽນ​ໃໝ່​ໄວ​ທີ່​ສຸດ. ຈາກ​ບ່ອນ​ກະສິກຳ ​ແລະ ການທຳ​ມາ​ຫາ​ກິນ​ຫຍຸ້ງຍາກທີ່​ສຸດ ​ແຕ່​ໃນ​ໄລຍະ​ເວລາ​ບໍ່​ຍາວປານ​ໃດ ນັບ​ແຕ່​ປີ 2000 ມາ​ຮອດ​ປະຈຸ​ບັນ ​ເມື່ອ​ພວກ​ເຮົາ​ຫັນປ່ຽນ​ຍູ້​ແຮງ​ການຫັນ​ເປັນ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ, ໝາກຜົນທີ່​ບັນລຸ​ໄດ້​ມີ​ບາດກ້າວ​ພັດທະນາປະ​ທັບ​ໃຈ​ທີ່​ສຸດ.”

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ​ໃນ​ວິວັດ​ແຫ່ງການ​ຫັນ​ເປັນ​ອຸດສາຫະກຳ, ກໍ່ສ້າງ​ຊົນນະບົດ​ໃໝ່ ຮຽກຮ້ອງ​ຕ້ອງ​ປ່ຽນ​ແນວ​ຄິດ, ​​ແບບ​ແຜນ​ເຮັດວຽກ, ວິທີ​ຄຸ້ມ​ຄອງ ​ແຕ່​ຍັງຄົງ​ຮັກ​ສາ​​ຄວາມ​ງາມ, ຄວາມສາມັກຄີ​ຂອງ​ປະຊາຊົນທຸກ​ຄົນ​ໃຫ້​ໄດ້.

 

 

 

 

ຂ່າວ/ບົດ​ອື່ນ