ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມພະມະຫາອາຈານ Tep Vong ແລະ ພະມະຫາອາຈານ Bukri ຂອງກຳປູເຈຍ

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ, ຕອນເຊົ້າວັນທີ 21 ກໍລະກົດ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມພະມະຫາອາຈານ Tep Vong ຢູ່ວັດ Unalom ແລະ ພະມະຫາອາຈານ Bukri ຢູ່ວັດ Svay Pope, ນະຄອນຫຼວງພະນົມເປັນ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມພະມະຫາອາຈານ Tep Vong ແລະ ພະມະຫາອາຈານ Bukri ຂອງກຳປູເຈຍ - ảnh 1 ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ພະມະຫາອາຈານ Bukri

(ພາບ: TTXVN)

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ, ຢູ່ຫວຽດນາມ ສາສະໜາພຸດໄດ້ພັດທະນາຢ່າງແຮງ ແລະ ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການພັດທະນາຂອງປະເທດຊາດ; ຫວັງວ່າສາສະໜາພຸດກຳປູເຈຍ ແລະ ສາສະໜາພຸດຫວຽດນາມ ມີການພົວພັນທີ່ນັບມື້ນັບສະໜິດແໜ້ນ, ເພີ່ມທະວີການພົວພັນແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃຈການພັດທະນາລວມຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ