ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຮູບແບບພັດທະນາຊົນນະບົດໃຫມ່ຢູ່ແຂວງຢູນຫນານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຮູບແບບພັດທະນາຊົນນະບົດໃຫມ່ຢູ່ແຂວງຢູນຫນານ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ຢ້ຽມ​ຢາມ​ເຂດ​ຊຸມ​ຊົນ
ຕາ​ອີງ ແຂວງ ຢູນ​ຫນານ

(vovworld)-​ ສືບ​ຕໍ່​ການ​ຢ້ຽມ​ຢາມ​ຈີນ​ ຢ່າງ​ເປັນ​ທາງ​ການ, ຕອ​ນ​ເຊົ້າ​ວັນ​ທີ 10/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ຊຸມ​ຊົນ ຕາ​ອີງ ຢູ່​ແຂວງ ຢູ​ນ​ຫນານ. ພາຍ​ຫລັງ​ຢ້ຽມ​ຢາມ, ຊອກ​ຮູ້​ສະ​ພາບ​ການ​ຕົວ​ຈິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາ​ຄາ​ສູງ​ຮ​ູບ​ແບບການ​ຜະ​ລິດ, ຜົນ​ງານ​ຫນ້າ​ປະ​ທັບ​ໃຈ ແລະ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ເຂດ​ຊຸມ​ຊົນ. ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປ​ະ​ຊາ​ຊົນ ເຂດ​ຊຸມ​ຊົມ ໄດ້​ສ້າງ​ຄວາມ​ຮັ່ງ​ມີ, ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ໂດຍ​ປະ​ຊາ​ຊົນ​ເປັນ​ເຈົ້າ, ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ການ​ສຶກ​ສາ, ຊີ​ວິດ​ທາງ​ດ້າ​ນ​ວັດ​ທະ​ນະ​ທຳ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ.
ຕອນ​ບ່າຍ​ວັນ​ທີ 10/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ ຄູນ​ຫມີງ ກັບ​ເມືອ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຈີນ ຢ່າງ​ຈົບ​ງາມ.

ຂ່າວ/ບົດ​ອື່ນ