ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະອວຍພອນໜັງສືພິມກອງທັບປະຊາຊົນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະອວຍພອນໜັງສືພິມກອງທັບປະຊາຊົນ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຢ້ຽມຢາມແລະອວຍພອນໜັງສືພິມກອງທັບປະຊາຊົນ
(ພາບ: qdnd)


(vovworld) – ຕອນ​ເຊົ້າ​ວັນ​ທີ 19/10, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ​ເລຂາຄະນະ​ພັກການ​ທະຫານ​ສູນ​ກາງ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ອວຍ​ພວມ​ບັນດາ​ພະນັກງານ, ພາລະ​ກອນ, ນັກຮົບສັງກັດ​ໜັງສື​ພິມ ກວນ​ໂດຍ​ເຍີນຢີນ (ສຽງ​ຂອງກອງ​ທັບ​ປະຊາຊົນ​ຫວຽດນາມ), ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ໜັງສື​ພິມ​ອອກ​ສະບັບ​ທຳ​ອິດ (20/10/1950 – 20/102015). ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ໃຫ້​ໜັງສືພິມ​ກອງທັບ​ປະຊາຊົນ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຕ້ອງ​ກະກຽ​ມບັນດາ​ເງື່ອນ​ໄຂ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ສ້າງ​ໜັງສືພິມ​ໃຫ້​ກາຍ​ເປັນ​ອົງການ​ສື່ມວນ​ຊົນ​ຫຼາຍ​ຮູບ​ການ. ​ໃນ​ນັ້ນ, ຕ້ອງ​ຮັກສາ​ທິດ​ນຳ, ຈຸດປະສົງ​ຂອງ​ໜັງສືພິມກອງທັບ​ປະຊາຊົນ, ​ແມ່ນ​ສຽງ​ເວົ້າ​ຂອງ​ປະຊາຊົນ, ຂອງ​ກຳລັງ​ປະກອບ​ອາວຸດ. ພ້ອມ​ທັງ​ຕ້ອງ​ມີ​ຫົວ​ຄິດ​ປະ​ດິດສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ແນ້​ນ​ໄດ້​ສິ່ງ​ໃໝ່, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານທີ່​ຫຼາຍ​ຮູບ​ຫຼາຍ​​ແບບ​ຂອງ​ມວນ​ຊົນ… ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ປາດ​ຖະໜາ​ວ່າ, ໜັງສືພິມ​ກອງທັບປະຊາຊົນ ສືບ​ຕໍ່​ໂຄສະນາ, ນຳພາ​ບພົດ​ຂອງ​ຫວຽດນາມ, ກອງທັບ​ປະຊາຊົນ​ຫວຽດນາມ ອອກ​ສູ່​ໂລກ, ພ້ອມ​ທັງ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ