ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມຄະນະປະຈຳອົງຄະນະພັກຕຳຫລວດສູນກາງ

(VOVWORLD) -ຕອນເຊົ້າວັນທີ 26 ມິຖຸນາ ຢູ່ ຮ່າໂນ້ຍ, ຄະນະປະຈຳອົງຄະນະພັກຕຳຫລວດສູນກາງ ໄດ້ຈັດຕັ້ງກອງປະຊຸມຕີລາຄາສະພາບການ, ໝາກຜົນວຽກງານຮັບປະກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນ 6 ເດືອນຕົ້ນປີ, ຫນ້າທີ່ວຽກງານຈຸດສຸມ 6 ເດືອນທ້າຍປີ 2018. 
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມຄະນະປະຈຳອົງຄະນະພັກຕຳຫລວດສູນກາງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ກຳລັງຕຳຫລວດຕ້ອງເສີມຂະຫຍາຍບົດບາດ, ຫນ້າທີ່, ອົງອາດກ້າຫານເພື່ອປົກປັກຮັກສາພັກກອມມູນິດຫວຽດນາມ, ຮັກສາລະບອບ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ກ່າວຄຳເຫັນທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໄຈ້ແຍກ, ເຮັດແຈ້ງບັນດາໝາກຜົນພົ້ນເດັ່ນຂອງກຳລັງຕຳຫລວດປະຊາຊົນໃນ 6 ເດືອນຕົ້ນປີ 2018, ບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ ແລະ ສາຍເຫດຂອງບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດນັ້ນ ແລະ ໃຫ້ຄຳເຫັນກ່ຽວກັບຫນ້າທີ່ວຽກງານຈຸດສຸມປົກປັກຮັກສາຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນ 6 ເດືອນທ້າຍປີ 2018 ແລະ ຮ່າງບົດລາຍງານໝາກຜົນແຫ່ງການປະຕິບັດບັນດາມະຕິຂອງກົມການເມືອງ. 

ຕອບກັບ

ຂ່າວ/ບົດ​ອື່ນ