ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 15/9, ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ​ແລະ​ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ ​ໂຕ​ກຽວ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພິທີ​ຕ້ອນຮັບ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ຫໍ​ຮັບ​ແຂກ​ແຫ່ງ​ຊາດ Akasaka. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ. ທີ່​ການ​ເຈລະຈາ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ຢ່າງຮອບດ້ານ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ້າງຂວາງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ເຊື່ອມ​ຕໍ່ ​ແລະ ​ຮ່ວມ​ມືດ້ານ​ເສດຖະກິດ ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ໃນບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ການ​ຢ້ຽມຢາມ​ເຊິ່ງກັນ​ແລະ ກັນ, ​ເພີ່ມ​ທະວີ​ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ພັກ​ການ​ເມືອງ​​ສອງ​ປະ​ເທດ; ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້​ບັນາ​ກົນ​ໄກ​ຄູ່​ເຈລະຈາ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ເລິກ​ເຊິ່ງກວ່າ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ຈະ​ຊຸກຍູ້​ການ​ເຊື່ອມ​ຕໍ່​ສອງ​ພືນ​ຖານ​ເສດຖະກິດ​ຕາມ​ທິດ​ຍາວ​ນານ, ໝັ້ນຄົງ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ​ເຊິ່ງທັງ​ສອງ​ຝ່າຍ​ມີ​ທ່າ​ສະດວກ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ… ທີ່​ສາມາດ​ໜູນ​ຊ່ວຍ​ກັນ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ຄວາມ​ສາມາດ​ຜະລິດ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ.

        ສິ້ນ​ສຸດ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວກັບ​ວິ​ໄສ​ທັດ​ລວມກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ.

        ​ແລະ​ກໍ່​ຢູ່​ທີ່ສຳນັກງານ​ລັດຖະບານ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ.

        ສິ້ນ​ສຸດ​ການ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຕ່າງໆ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້ມີ​ການ​ພົບ​ປະ​ກັບ​ວົງ​ການ​ສື່​ມວນ​ຊົນ​ຫວຽດນາມ ​ແລະ ຍີ່ປຸ່ນ. ການ​ນຳ​ສອງ​ທ່ານ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ອັນ​ດີງາມ​ຂອງ​ການ​ເຈລະຈາ​ຂັ້ນ​ສູງ, ​ເນັ້ນ​ໜັກ​ວ່າການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງ, ກວ້າງຂວາງ​ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ແລະ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Kishida. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າຫວຽດນາມ ຖື​ຍີ່ປຸ່ນ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ສະ​ເໜີ ທ່ານ​ລັດຖະມົນຕີ​ Kishida ສືບ​ຕໍ່​ສະໜັບສະໜູນ ​ແລະ ຊຸກຍູ້​ມາດ​ຕະການ​ຕ່າງໆ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ໜູນ​ຊ່ວຍ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ, ​ເພີ່ມ​ທະວີ​ການ​ສົມທົບ​ກັນລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ລັດຖະມົນຕີ​ Kishida ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ​ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສືບ​ຕໍ່​ບຸລິມະສິດ​ສະຫງວນ​ການ​ອຸປະຖຳ​ພັດທະນາ​ທາງ​ການ (ODA) ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ແລະ ຫວັງ​ວ່າ ຫວຽດນາມ ​ສືບ​ຕໍ່​ຮ່ວມ​ມື​ກັບ​ຍື່ປຸ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ Kishida ຢືນຢັນ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ້າງຂວາງ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ມີ​ການ​ເຈລະຈາ, ພົບ​ປະ​ກັບ​ການ​ນຳ​ລັດຖະບານ, ສະພາ​ແຫ່ງ​ຊາດ, ບັນດາ​ພັກ​ຝ່າຍ​ຂອງ ຍີ່ປຸ່ນ ກໍ່​ຄື​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ໃຫຍ່, ​​ໃນ​ນັ້ນ​ສຸມ​ໃສ່​ສາມ​ບັນຫາ​ຈຸດ​ສຸມ: ນັ້ນ​ແມ່ນ​ຊຸກຍູ້​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ຕອນ​ຄຳ່​ວັນ​ທີ 15/9, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ຈັດ​ງານ​ລ້ຽງ​ຮອງ​ຮັບ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມຢ່າງ​ສົມ​ກຽດ.

 

ຂ່າວ/ບົດ​ອື່ນ