ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບຄະນະກຳມະການເສດຖະກິດສູນກາງ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບຄະນະກຳມະການເສດຖະກິດສູນກາງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ
(ພາບ​: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 11/02, ຢູ່​ຮ່າ​ໂນ​້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​​ການ​ນຳຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ ກ່ຽວ​ກັບ​ໝາກ​ຜົນ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ປີ 2016, ທິດ​ທາງ, ໜ້າ​ທີ່​ປະ​ຕິ​ບັດ​ງານ​ປີ 2017. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ເນັ້ນ​ໜັກ​ວ່າ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່​ານ​ມາ​ໄດ້​ຢືນ​ຢັນ​ລັກ​ສະ​ນະ​ຖືກ​ຕ້ອງ​ຂອງ​ການ​ສ້າງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ​ຄືນ​ໃໝ່. ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ໄດ້​ໃສ່​ໃຈ​ວ່າ, ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ຂອງ​ຕ​ົນ​ແມ່ນ​ອົງ​ການ​ເປັນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ໃຫ້​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ. ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ຄົ້ນ​ຄວ້າ; ສະ​ເໜີ ດ້ວຍ​ຈ​ິດ​ໃຈ​ເປັນ​ເຈົ້າ​ການ​ໃນ​ການ​ຊ່ວຍ​ວຽກ​ກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ກໍ່​ຮຽກ​ຮ້ອງ​ໃຫ​້ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ ປະ​ຕິ​ບັດ​ວຽກ​ງານ​ກວດ​ກາ, ຕິດ​ຕາມກວດ​ກາ, ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນວຽກ​ງານ​ຕ້ານອາດ​ຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງກວ່າ…

ຂ່າວ/ບົດ​ອື່ນ