ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກກັບອົງການກວດກາລັດຖະບານ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກກັບອົງການກວດກາລັດຖະບານ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫງວຽນ​ຟູ໋​ຈ້ອງ
ເຮັດວຽກກັບອົງການກວດກາລັດຖະບານ
ພາບ:vov


( vovworld)- ວັນ​ທີ 16/3, ຢູ່​ຮ່າ​ໂນ້ຍ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​​ປ້ອ​ງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງ​ການກວດ​ກາ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ນັບແຕ່​​ຕົ້ນ​​ອາ​ຍຸ​ການຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI, ມາ​ຮອດ​ປະ​ຈຸ​ບັນ; ວາງທິດ​ທາງ​ໜ້າ​ທີ່​ປີ 2015 ແລະ ອາ​ຍຸ​ການ​ທີ່​ຈະ​ມາ​ເຖິງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ຂະ​ແໜງກວດ​ກາ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ເປັນ​ຢ່າງ​ດີ, ສູ້​ຊົນ​ຍົກ​ສູງ​ບົດ​ບາດ​ຂອງອົງ​ການກວດ​ກາ, ປະ​ຕິ​ບັດ​ບົດ​ບາດ​ໜ້າ​ທີ່​​ແມ່ນ​ເຄື່ອງ​ມື​ອັນ​ແຫຼມ​ຄົມ​ຂອງ​ພັກ, ລັດ​ເພື່ອ​ຕໍ່​ສູ້​​ປ້ອງ​ກັນ, ຕ້ານ​ການ​ສໍ້ຫຼາດ​ບັງຫຼວງ​, ປະ​ກົດ​ການ​ຫຍໍ້​ທໍ້. ອົງ​ການກວດ​ກາ​ລັດ​ຖະ​ບານ​ຄວນ​ເປັນ​ເຈົ້າ​ການໃນ​ການກວດ​ກາ​ຕາມ​ແຜນ​ການ, ພ້ອມ​ທັງ​ກຳ​​ແໜ້ນສະ​ພາບ​ເພື່ອ​ສະ​ເໜີ​ການ​ປະ​ຕິ​ບັດ​ການກວດ​ກາ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ດາ​ຂົງ​ເຂດ​ທີ່​ເຄີຍເກີດ​ປະ​ກົດ​ການ​ຫຍໍ້​ທໍ້; ຍູ້​ແຮງ​​ປ້ອງ​ກັນ ແລະ ​ ​ພົບ​ເຫັນບັນ​ດາການ​ສໍ້ຫຼາດ​ບັງຫຼວງ​​ໂດຍຜ່ານ​ການກວດ​ກາ, ແກ້​ໄຂ​ການ ​ຮ້ອງ​ຟ້ອງ ຮ້ອງ​ທຸກ; ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ເອົາ​ໃຈ​ໃສ່​ເຖິງ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ຮ້ອງ​ທຸກ​ທີ່​​ເຕົ້າ​ໂຮມ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລາຍ ແລະ ແກ່​ຍາວ.

 

 

 

ຂ່າວ/ບົດ​ອື່ນ