ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໂທລະສັບກັບເລຂາທິການໃຫຍ່ຈີນສືຈິນຜິງ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໂທລະສັບກັບເລຂາທິການໃຫຍ່ຈີນສືຈິນຜິງ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​ ​ແລະ ທ່ານ​ເລຂາທິການ​ໃຫຍ່​,
ປະທານ​ປະ​ເທດຈີນ​ ສື​ຈິນຜິ​ງ​ ໄດ້​ໂທ​ລະ​ສັບ​ນຳ​ກັນ)

(vovworld) -​ ວັນ​ທີ 11/2, ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​ ​ແລະ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດຈີນ​ ສື​ຈິນຜິ​ງ​ ໄດ້​ໂທ​ລະ​ສັບ​ນຳ​ກັນ​, ເນື່ອງ​ໃນ​ໂອກາດ​ປະຊາຊົນ​ຫວຽດນາມ ​ແລະ ຈີນ ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ​ປີ​ມະ​ແມ 2015, ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​ ອວຍພອນ​ປະຊາຊົນ​ຈີນ ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ໃນ​ປີ​ມະ​ແມ. ທ່ານ​ເນັ້ນ​ໜັກ​ວ່າ 65 ປີຜ່ານມາ, ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​​ ຖື​ວ່າ​ສອງປະ​ເທດຄວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ​ອີກ, ປັບປຸງ​ນຳ້​ໃຈ​ມິດຕະພາບ; ຍູ້​ແຮງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ; ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ປຶກສາ​ຫາລື​ນຳ​ກັນ​ຢ່າງ​ຈິງ​ໃຈ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ເນື້ອ​ໃນ​ຈິດ​ໃຈບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ ​ແລະ ທຳນຽມ​ສາກົນ; ​ເຮັດ​ໃຫ້ການ​ພົວພັນຫວຽດນາມ - ຈີນ​ພັດທະນາ​ຢ່າງ​ຈົບງາມ, ໝັ້ນຄົງ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ສ່ວນທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດຈີນ​ ສື​ຈິນຜິ​ງ​ ກໍ່​ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ຕະຫຼອດ 85 ປີຜ່ານມາ, ອວຍພອນ​ປະຊາຊົນ​ຫວຽດນາມ ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ສອງ​ປະ​ເທດ; ອວຍພອນ​ພັກ ​ແລະ ປະຊາຊົນ​ຫວຽດນາມ​ ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ໂດຍ​ກອງ​ປະຊຸມ​ໃຫຍ່​ພັກ​ຊຸດ​ທີ 11 ວາງ​ອອກ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຊຸດ​ທີ 12 ຂອງ​ພັກສຳ​ເລັດ​ຜົນ. ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດຈີນ​ ສື​ຈິນຜິ​ງ​ ກໍ່​ປາຖະໜາ​ຈະ​ພ້ອມ​ກັບ​ຫວຽດນາມ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມິດຕະພາບ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ. ​ແກ້​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ​ສອງ​ປະ​ເທດ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ - ຫວຽດນາມ​ໃຫ້​ພັດທະນາ​ຢ່າງ​ຈົບງາມ, ປອດ​ໄສ​.

 

ຂ່າວ/ບົດ​ອື່ນ