ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ


ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ຕ້ອນຮັບ
ທ່ານ​ເອກ​ອັກຄະ​ລັດຖະທູ​ດຍີ່ປຸ່ນ​ປະຈຳ​ຫວຽດນາມ Hiroshi Fukada
(ພາບ​ປະ​ກອບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 7/10, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້ການ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ​ປະຈຳ​ ຫວຽດນາມ Hiroshi Fukada ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ອາລົມ​ຈິດ​ອັນ​ດີງາມ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື ຍີ່ປຸ່ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ. ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ​ເຖິງ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ​ຈະ​ກັບ​ເມືອ​ປະ​ເທດປະຕິບັດ​ງານ​​ ໃນຖານະ​ຕຳ​ແໜ່​ງ​ໃດກໍ່ຕາມ, ​ແຕ່ດ້ວຍອາລົມ​ຈິດ, ປະສົບ​ການ ​ແລະ ຄວາມ​ຮູ້​ຂອງ​ຕົນ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ​ຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ສ່ວນທ່ານ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ​ປະຈຳ​ ຫວຽດນາມ ກໍ່​ຢືນຢັນ​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ການ​ພົວພັນ​ປະຊາຊົນ​ສອງ​ປະ​ເທດ ຍີ່ປຸ່ນ - ຫວຽດນາມ ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຂ່າວ/ບົດ​ອື່ນ